ຫຼວງພະບາງ ກຽມຮັບມືແຮງງານກັບບ້ານເກີດ

 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງຂອງຫຼວງພະບາງໄດ້ຮ່ວມປະຊຸມທາງໄກກັບບັນດາຄະນະສະເພາະກິດຂັ້ນເມືອງ 11 ເມືອງ 1 ນະຄອນ ໃນວັນທີ 7 ມິຖຸນາ 2021 ທີ່ຫ້ອງປະຊຸມຂອງສູນຢູນິເທວເພື່ອຫາລືວຽກງານຮ່ວມກັນໃນການຈັດຕັ້ງປະຕິບັດຄໍາສັ່ງຕ່າງໆ, ຊອກຫາວິທີການຮັບມືກັບແຮງງານກັບຄືນຖິ່ນບ້ານເກີດ, ການສະໜອງອາຫານການກິນຢູ່ສູນັກກັນລວມເຖິງຍົກສູງການເຝົ້າລະວັງຢູ່ຈຸດດ່ານຕ່າງໆໄປຕື່ມອີກຈົນເຖິງ 19 ມິຖຸນາ 2021 ນີ້.

  ທ່ານ ລຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງກ່າວວ່າ: ຈຸດ ປະສົງໃນການຈັດປະຊຸມທາງໄກຜ່ານອອນລາຍຄັ້ງນີ້ກໍ່ເພື່ອປຶກສາຫາລືຮ່ວມກັນກັບຄະນະສະເພາະກິດຂັ້ນເມືອງ, ຮ່ວມກັນວາງແຜນແກ້ໄຂໃນການຈັດຕັ້ງປະຕິບັດວຽກ ງານຜ່ານມາຂອງຄະນະສະເພາະກິດຢູ່ຂັ້ນເມືອງ ແລະຮັບຟັງການລາຍງານແຕ່ລະເມືອງສ່ວນໃຫຍ່ແມ່ນບັນຫາການກວດກາຄົນເຂົ້າອອກດ່ານ, ສະຖານທີ່ກັກກັນແຮງ ງານກັບບ້ານເກີດຍັງບໍ່ທັນພຽງພໍພ້ອມນັ້ນຍັງພົບບັນຫາຂາດແຄນອາຫານ, ຜ້າເຊື່ອປູນອນໃຫ້ເຂົາເຈົ້າຕື່ມອີກ.

   ຈາກບັນຫາດັ່ງກ່າວທາງຄະນະສະເພາະກິດຂັ້ນແຂວງ ແລະຂັ້ນເມືອງຈິ່ງໄດ້ວາງແຜນປຶກສາຫາລືນໍາກັນເພື່ອຊອກຫາແນວທາງແກ້ໄຂວຽກງານດັ່ງກ່າວໂດຍເນັ້ນໃຫ້ຄະນະສະເພາະກິດແຕ່ລະເມືອງຈັດສັນຊອກບ່ອນພັກກັກກັນແຮງງານໃຫ້ພຽງພໍ ແລະຄຸມເຂັ້ມປະຕິບັດຕາມມາດຕະການຂອງຄະນະສະເພາະກິດ, ຂຸມເຂັ້ມຈຸດຫຼໍ່ ແຫຼມໂດຍສະເພາະດ່ານຊາຍແດນລະຫວ່າງແຂວງຕໍ່ແຂວງເພື່ອຮັບປະກັນການລັກລອບເຂົ້າເມືອງບໍ່ຜ່ານການກວດໂຄວິດ-19 ຫຼືສູນກັກກັນອັນຈະເຮັດໃຫ້ເກີດການແຜ່ເຊື້ອຈາກຊຸມຊົນອີກຮອບໃໝ່.

ຂ່າວ: ສີສຸວັນ