ບໍ່ຄຳ-ທອງເຊໂປນ ຊ່ວຍສະຫວັນຮັບມືໂຄວິດ

   ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ມອບເງິນຊ່ວຍເຫຼືອ 15.000 ໂດລາ ໃຫ້ແກ່ແຂວງສະຫວັນນະເຂດເພື່ອສະ 1 ໜັບສະໜູນວຽກງານປ້ອງການ ແລະຕ້ານການລະບາດຂອງພະຍາດ COVID-19.

 ແຂວງສະຫວັນນະເຂດໄດ້ຕັ້ງໜ້າຮັບມືກັບການສະກັດກັ້ນ ແລະຄວບຄຸມຄືນທີ 2 ຂອງການລະບາດພະຍາດ COVID-19 ສຳເລັດຕັ້ງແຕ່ຫົວທີຈົນມາຮອດປະຈຸບັນສ່ວນໃຫຍ່ກໍເປັນກໍລະນີນຳເຂົ້າ-ກໍລະນີແຮງງານເດີນທາງກັບມາປະເທດຢ່າງຖືກກົດໝາຍ” ໄດ້ກ່າວ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ. ທາງບໍລິສັດພູມໃຈທີ່ເງິນຊ່ວຍເຫຼືອຂອງພວກເຮົາຈະປະກອບສ່ວນສານຕໍ່ວຽກງານກໍຄືຄວາມພະຍາຍາມຂອງແຂວງໃນການຮັກສາໃຫ້ຊຸມຊົນປອດໄພຈາກພະຍາດ COVID-19 ແລະໃນຕໍ່ໜ້າຟື້ນຟູເສດຖະກິດທ້ອງຖິ່ນ.

  ໃນເດືອນຜ່ານມາ, ລຊມລ ໄດ້ມອບ 1 ແສນໂດລາ ໃຫ້ແກ່ລັດຖະບານລາວເພື່ອສະໜັບສະໜູນວຽກງານຮັບມືກັບການລະບາດພະຍາດ COVID-19 ໃນ ສປປ ລາວ. ລຊມລ ຍັງໄດ້ປະກອບສ່ວນ ເປັນເງິນຈຳນວນ 116,1 ລ້ານກີບ ໃຫ້ແກ່ພະແນກສາທາລະນະສຸກແຂວງສະຫວັນນະເຂດເພື່ອກໍ່ສ້າງຫ້ອງນໍ້າ-ຫ້ອງອາບນໍ້າເພື່ອໂຮງໝໍພາກສະໜາມ ແລະອີກ 50 ລ້ານກີບ ໃຫ້ແກ່ເມືອງວິລະບູລີສຳລັບວຽກງານຟື້ນຟູຕ່າງໆ. ອີກ 60 ລ້ານກີບ ແມ່ນໄດ້ມອບໃຫ້ແກ່ໜ່ວຍກູ້ໄພທີ່ນະຄອນຫຼວງວຽງຈັນ ແລະສະຫວັນນະເຂດ ເພື່ອສະໜັບສະໜູນຄວາມອາດສາມາດໃນການຮັບມືເຫດສຸກເສີນໃນໄລຍະນີ້. 

   ມາຮອດປະຈຸບັນ, ໂດຍການຮ່ວມມືກັບລັດຖະບານລາວ, ລຊມລ ໄດ້ຊ່ວຍເຫຼືອ 3,7 ແສນໂດລາ ສຳລັບວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ.

  ການປະກອບສ່ວນເຫຼົ່ານີ້ຈະຍົກລະດັບຄວາມອາດສາມາດຂອງລັດຖະບານລາວ ໃນການສັກວັກຊີນໃຫ້ແກ່ປະຊາກອນພາຍໃນປະເທດ ແລະປະຕິບັດມາດຕະການປ້ອງກັນອື່ນໆຢ່າງມີປະສິດທິຜົນ.

  ນອກຈາກນີ້ກໍຕ້ອງໄດ້ສະແດງຄວາມຂອບໃຈມາຍັງກະຊວງສາທາລະນະສຸກ, ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງສະຫວັນນະເຂດທີ່ໄດ້ສະໜອງວັກຊີນໃຫ້ແກ່ທາງບໍລິສັດເຊິ່ງມາຮອດປັດຈຸບັນ ລຊມລ ໄດ້ສັກວັກຊີນໃຫ້ແກ່ 90% ຂອງພະນັກງານໃນບໍລິສັດກວມເອົາປະມານ 3,300 ຄົນ ໃນໄລຍະສອງສາມອາທິດຜ່ານມາ.

  75% ຂອງພະນັກງານ ລຊມລ ແມ່ນຄົນທ້ອງຖິ່ນຈາກເມືອງວິລະບູລີ ແລະແຂວງສະຫວັນນະເຂດ.

   ລຊມລ ມຸ່ງໝັ້ນເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການສະກັດກັ້ນພະຍາດ COVID-19 ກໍຄື ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງ ເຂັ້ມງວດເພື່ອປົກປ້ອງພະນັກງານ ແລະຊຸມຊົນໃຫ້ປອດໄພຈາກ COVID-19.