ສາມັກຄີໄຊ ປູກເຂົ້ານາແຊງໄດ້ຫຼຸດແຜນ

 ປີນີ້ເມືອງສາມັກຄີໄຊຜະລິດເຂົ້ານາແຊງໄດ້ 188,35 ເຮັກຕາ ເນື້ອທີ່ການຜະລິດເຂົ້ານາແຊງຂອງຊາວກະສິກອນເມືອງສາມັກຄີໄຊທຽບໃສ່ແຜນການປີແມ່ນປະຕິບັດໄດ້ຫຼຸດແຜນການທີ່ວາງໄວ້.

    ທ່ານນາງ ລັດສະໄໜ ຄໍາພິລາວົງ ຫົວໜ້າຫ້ອງການກະສິກຳປ່າໄມ້ ເມືອງສາມັກຄີໄຊແຂວງອັດຕະປືໄດ້ໃຫ້ສຳພາດເມື່ອບໍ່ດົນທີ່ຜ່ານມານີ້ວ່າ: ແຜນການຜະລິດເຂົ້ານາແຊງໃນທົ່ວເມືອງແມ່ນມີເນື້ອທີ່ 190 ເຮັກຕາ ຜ່ານການຈັດຕັ້ງປະຕິບັດໄດ້ພຽງ 188,35 ເຮັກຕາ, ມາຮອດປະຈຸບັນຊາວກະສິກອນເມືອງສາມັກຄີໄຊແມ່ນກໍາລັງຂຸ້ນຂ້ຽວໃນການເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຕົນເພື່ອເຮັດໃຫ້ທ່ວງທັນກັບລະດູການ ແລະສາມາດປະຕິບັດໄດ້  90%, ຂອງເນື້ອທີ່ທັງໝົດໃນທົ່ວເມືອງ, ນອກນັ້ນແຜນການປູກພືດລະດູແລ້ງຊຶ່ງຕາມແຜນການເນື້ອທີ່ 265 ເຮັກຕາ, ປະຕິບັດໄດ້ຕົວຈິງ 206,5 ເຮັກຕາ, ຜົນຜະລິດໄດ້ 1.109 ໂຕນ. 

   ທ່ານນາງ ລັດສະໄໜ ຄໍາພິລາວົງ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງສາມັກຄີໄຊຍັງໃຫ້ຮູ້ຕື່ມອີກວ່າ; ແຜນປູກລະພຶດລະດູຝົນໃນນີ້ມີເນື້ອທີ  4.273,89 ເຮັກຕາໃນນັ້ນແຜນປູກຜະລິດສະບຽງອາຫານ 222,70 ເຮັກຕາ, ເພື່ອເຮັດໃຫ້ແຜນການຜະລິດເຂົ້ານາປີປີນີ້ບັດລຸຕາມແຜນການທີ່ວາງໄວ້ຫ້ອງການກະສິກໍາ-ປ່າ ໄມ້ເມືອງໄດ້ວາງແຜນກະກຽມຄວາມພ້ອມໃນການສົ່ງວິຊາການລົງຕິດຕາມຊຸກຍູ້ ແລະໃຫ້ຄວາມຮູ້ແກ່ຊາວກະສິກອນໃນທົ່ວເມືອງສາມັກຄີໄຊເພື່ອເຮັດໃຫ້ການຜະລິດເຂົ້ານາປີຂອງປະຊາຊົນບັນລຸຕາມແຜນປະຊາຊົນມີເຂົ້າກຸ່ມກິນໄດ້ຫຼາຍຂາຍເປັນສິນຄ້າ. 

ຂ່າວ ວັດທະນາ