ໂຄງການສ້າງພຣະທາດຣັດຕະນະເຈດີສີບຸນເຮືອງ ໃກ້ຈະສຳເລັດແລ້ວ

  ຍ້ອນສັດທາອັນແຮງກ້າຂອງປະຊາຊົນບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ຄື ພຸດທະສາສະນິກະຊົນ ແລະຜູ້ທີ່ມີຈິດໃຈເຫຼືິອມໃສສັດທາທົ່ວໄປຈາກທຸກສາລະທິດທີ່ໄດ້ປະກອບສ່ວນ ຖວາຍທຶນ ໃນການກໍ່ສ້າງຣັດຕະນະເຈດີສີບຸນເຮືອງ ແລະຍ້ອນໄດ້ຮັບການເອົາໃຈໃສ່ສຸມເຫື່ອແຮງສະຕິປັນຍາໃນການອອກແບບ ແລະຊີ້ນໍາໂຄງການຈາກ ພຣະອາ ຈານ ຈຸ່ມ ວັດຊະຣະ ຈຶ່ງເຮັດໃຫ້ການສ້າງຣັດຕະນະເຈດີສີບຸນເຮືອງໄວເປັນປູຊະນີຍະສະຖານທີ່ສຳຄັນໃນໂຄງການ ສ້າງດອຍມ່ອນທາດເປັນສູນປະຕິບັດທຳ ແລະສູນສຶກສາພຸດທະສິນໄດ້ມີຄວາມຄືບໜ້າຢ່່າງຕໍ່ເນືີ່ອງ.

  ພຣະອາຈານຈຸ່ມວັດຊະຣະຫົວໜ້າກຳມາທິການສາທາລະນຸປະການອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງບໍ່ແກ້ວ ເຈົ້າອະທິການວັດສີບຸນເຮືອງໄດ້ໃຫ້ຮູ້ວ່າ: ປະຈຸບັນໂຄງການກໍ່ສ້າງ ຣັດຕະນະເຈດີສີບຸນເຮືອງແມ່ນໃກ້ຈະສຳເລັດໂຄງສ້າງຂອງອົງພະທາດທັງໝົດແລ້ວເຫຼືອພຽງແຕ່ສ່ວນຍອດ 3 ຊັ້ນສູດທ້າຍກໍ່ຈະສຳເລັດໂຄງສ້າງ 100 % ສ່ວນໜ້າວຽກທີ່ຈະໄດ້ສືບຕໍ່ແມ່ນການຕົບແຕ່ງອົງພຣະທາດເຊັ່ນ: ການໂບກ ແລະຂັດມັນ, ການປັ້ນຊ້າງລ້ອມ ( ຊ້າງຄໍ້າປາຣະມີ ) ໃສ່ຖານຊັ້ນເທິງ, ການຕົບແຕ່ງຫ້ອງວາງສະແດງພຸດທະສິນນອກຈາກນັ້ນຍັງຈະໄດ້ກໍ່ສ້າງພຶ້ນຖານໂຄງລ່າງຕ່າງໆເຊັ່ນ: ການສ້າງຫົນ ທາງ ແລະຂັ້ນໄດຂຶ້ນດອຍມ່ອນທາດລວມທັງການສ້າງອົງປະກອບອື່ນໆໃນໂຄງການດັ່ງກ່າວ.

  ພຣະອາຈານ ຈຸ່ມ ວັດຊະຣະ ໃຫ້ຮູ້ຕື່ມວ່າ: ພາຍຫຼັງສຳເລັດສະຖານທີ່ດອຍມ່ອນທາດຈະກາຍເປັນສູນປະຕິບັດທຳສະແຫວງຫາຄວາມສະຫງົບວິເວກ ແລະສູນສຶກ ສາພຸດທະສິນ ທັງເປັນແຫຼ່ງທ່ອງທ່ຽວພັກຜ່ອນຢ່ອນໃຈທີ່ສຳຄັນອີກແຫ່ງໜຶ່ງຂອງເມືອງຕົ້ນເຜິ້ງກໍ່ຄືແຂວງບໍ່ແກ້ວອີກດ້ວຍ.

ໜັງສືພິມ ເສດຖະກິດ-ສັງຄົມ