ຊີຣີ່ສຸດຮິດຈາກຈີນມີຄວາມໂດ່ງດັງຫຼາຍ

  ຊີຣີ່ແນວເອັກຊັນ-ອາດຊະຍາກຳຕ້ອງບໍ່ພາດຄວາມສະນຸກຄັ້ງໃໝ່ກັບຊີຣີ່ສຸດຮິດ ”Storm Eyes ຈາກສປ ຈີນ ຊີຣີ່ທີ່ມີເລື່ອງລາວຄວາມມຸ້ງເນັ້ນເຖິງໜ່ວຍງານຝ່າຍຄວາມໝັ້ນຄົງຂອງຊາດທີ່ມຸ້ງໝັ້ນຄວາມຢຸດຕິທຳ ແລະຄວາມເຂັ້ມແຂງຂອງການປົກປ້ອງຊາດ.

ຊຶ່ງຜູ້ອຳນວຍການສ້າງໄດ້ລົງມືຂຽນບົດດ້ວຍຕົນເອງ ໂດຍມີການວາງແຜນຖ່າຍທຳໄວ້ຕັ້ງແຕ່ ປີ 2010 ຫຼັງຈາກພັດທະນາມາ 9 ປີ ແລະຮ່າງບົດປ່ຽນໄປ 5 ຄັ້ງຈົນເດືອນກຸມພາປີ 2019 ບົດຊີຣ່ີ່ເລື່ອງນີ້ກໍ່ໄດ້ຮັບການອະນຸມັດໃຫ້ຜ່ານການກວດກາຂອງໜ່ວຍງານບໍລິຫານຮູບເງົາ ແລະໂທລະພາບແຫ່ງລັດ ແລະໜ່ວຍງານຄວາມໝັ້ນຄົງແຫ່ງຊາດຈົນໄດ້ມີການຄັດເລືອກຕົວນັກສະແດງ ແລະລົງຕົວດ້ວຍພະເອກໜຸ່ມ ຈາງປິນປິນ ແລະນາງເອກສາວຢາງມີ່ ຊຶ່ງຖືວ່າເປັນຊີຣີ່ຂະໜາດໃຫຍ່ອີກເລື່ອງໜຶ່ງຂອງຈີນທີ່ມີເຣດຕິ້ງແຮງ.

ໜັງສືພິມ ເສດຖະກິດ-ສັງຄົມ