ສະໝຸນໄພພື້ນບ້ານ ຊ່ວຍກຳຈັດແມງໄມ້ໄດ້

  ບອກເລີຍວ່າໃກ້ເຂົ້າສູ່ໜ້າຝົນແບບນີ້ພະຍາດໜຶ່ງທີ່ໜ້າຢ້ານບໍ່ແພ້ໂຄວິດກໍ່ຄືຈາກໂຕຍຸງແມງໄມ້ຕ່າງໆເປັນພາຫະນະ ໂດຍສະເພາະຍາມຝົນຍິ່ງມີຍຸງ ແລະແມງໄມ້ຫຼາຍສະນັ້ນປ້ອງກັນໄວ້ກ່ອນດີກວ່າແມງໄມ້ເປັນບັນຫາສຳຄັນຂອງຫຼາຍຄົວເຮືອນທີ່ເຮັດກະສິກຳ ຫຼື ບໍ່ເວັ້ນແຕ່ເຮືອນທີ່ຕັ້ງຢູ່ໃກ້ເຂດຕົ້ນໄມ້ຫຼາຍຜູ້ຂຽນກໍ່ເລີຍໄປຫາພືດທີ່ສາມາດກຳຈັດ ຫຼື ໄລ່ຍຸງແມງໄມ້ດ້ວຍວິທີທີ່ງ່າຍໆ ແລະສະດວກບໍ່ຈຳເປັນຕ້ອງໃຊ້ສະເປ ຫຼື ຊື້ຫຍັງແພງໆມາໃຫ້ເປືອງເງິນ ແລະບໍ່ຕ້ອງຢ້ານຈະແພ້ກິ່ນຕ່າງໆຂອງສິ່ງທີ່ເຮົານຳມາກຳຈັດມາຝາກ.

  • ຫອມລາບ: ເປັນອີກທາງເລືອກໜຶ່ງທີ່ສຳຄັນໃນການຄວບຄຸມສັດຕູພືດທີ່ດີ ແລະມີປະສິດຕິພາບ ໂດຍສະເພາະການກຳຈັດແມງໄມ້ຕ່າງໆໂດຍສະເພາະຍຸງ, ມົດ ແລະແມງວັນ.
  • ຜັກບົວລະພາ: ໂດຍນຳເອົາໃບບົວລະພາໃສ່ກ່ອງແລ້ວນຳໄປວາງໄວ້ໃນບໍລິເວນທາງເຂົ້າທາງອອກຂອງເຮືອນ ຫຼື ເຮັດເປັນສະເປສີດພົ່ນເພື່ອໄລ່ແມງໄມ້ແບບທຳມະຊາດໄດ້.

ຮຽບຮຽງໂດຍ: ຟ້າ