ລາວສຳເລັດເຂົ້າຮ່ວມປະຊຸມທາງໄກລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ

   ໃນວັນທີ 15-16 ມິຖຸນາ 2021 ນີ້, ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາເລັດເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15, ກອງປະຊຸມທາງໄກລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກຄັ້ງ ທີ 8 ແລະກອງປະຊຸມປິ່ນອ້ອມ. 

   ກອງປະຊຸມໃນຄັ້ງນີ້ແມ່ນດຳເນີນພາຍໃຕ້ການເປັນປະທານຂອງທ່ານ ດາໂຕະ ປາດູຄາ ເຊີຣີ ຮາຈິ ອາຫວາງ ຮາລບີ ບິນ ຮາຈິ ໂມດ ຢັດໂຊຟ, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ມີບັນດາທ່ານລັດຖະມົນຕີປ້ອງກັນປະເທດຈາກ 10 ປະເທດສະມາຊິກອາຊຽນ ແລະ 08 ປະເທດອາຊຽນ-ບວກ ລວມທັງທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມກອງປະຊຸມດັ່ງກ່າວ.

  ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະອາຊຽນ-ບວກ ລວມທັງຜົນສຳເລັດຂອງກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 18 ໂດຍຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນແຫ່ງ ບຣູໄນ ດາຣູ ຊາລາມ.

ພ້ອມນີ້, ກອງປະຊຸມກໍ່ໄດ້ຮັບຮອງເອົາບັນດາເອກະສານບົດແນວຄວາມຄິດ ແລະເອກະສານມາດຕະຖານການປະຕິບັດງານ ຈຳນວນ 9 ສະບັບ ຄື: 1) ບົດແນວຄວາມຄິດວ່າດ້ວຍການເສີມຂະຫຍາຍການນຳໃຊ້ໂຄງລ່າງພື້ນຖານການຕິດຕໍ່ສື່ສານໂດຍກົງອາຊຽນເພື່ອເປັນໂຄງສ້າງການສື່ສານດ້ານວຽກງານປ້ອງກັນຊາດໃນຂະບວນການກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; 2) ບົດແນວຄວາມຄິດວ່າດ້ວຍການຮ່ວມມືກັບພາຍນອກຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ; 3) ບົດແນວຄວາມຄິດວ່າດ້ວຍການສ້າງຕັ້ງເຄືອຂ່າຍປ້ອງກັນທາງລະບົບຄອມພິວເຕີອາຊຽນ; 4) ບົດແນວຄວາມຄິດວ່າດ້ວຍການສ້າງຕັ້ງສູນຄວາມໝັ້ນຄົງທາງລະບົບຄອມພິວເຕີ ແລະຂໍ້ມູນຂ່າວສານຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ;

5) ເອກະສານຕີລາຄາຄືນກ່ຽວກັບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ; 6) ເອກະສານປຶກສາຫາລືວ່າດ້ວຍວິໄສທັດອາຊຽນກ່ຽວກັບອິນໂດ-ປາຊີຟິກໃນວຽກງານປ້ອງກັນຊາດ; 7) ບົດແນວຄວາມຄິດວ່າດ້ວຍໂຄງການແລກປ່ຽນດ້ານວຽກງານປ້ອງກັນຊາດອາຊຽນ; 8) ບົດແນວຄວາມຄິດວ່າດ້ວຍການສ້າງຕັ້ງກອງປະຊຸມສະເພາະກິດກ່ຽວກັບໄພຂົ່ມຂູ່ຈາກສານເຄມີ, ຊີວະພາບ ແລະກຳມັນຕະພາບລັງສີໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ; 9) ມາດຕະຖານການປະຕິບັດງານຂອງສູນປະສານງານຫຼາຍຝ່າຍ.