ບາຈຽງ ຫາລືຕ້ານຄ້າມະນຸດ

  ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນອີກເມືອງໜື່ງທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບວຽກງານການຄ້າມະນຸດຊຶ່ງຫວັງສ້າງໃຫ້ເມືອງສາມາດຕີຖອຍບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົດເທື່ອລະກ້າວເຖິງວ່າປະຈຸບັນຈະຍັງມີບັນຫາດັ່ງກ່າວຢູ່ກໍ່ຕາມ.

   ໃນວັນທີ 16 ມິຖຸນາຜ່ານມານີ້ຄະນະກໍາມະການຕ້ານການຄ້າມະນຸດຂັ້ນເມືອງບາຈຽງຈະເລີນສຸດ ແຂວງຈໍາປາສັກ ໄດ້ເປີດກອງປຶກສາຫາລືວຽກງານຕ້ານການຄ້າມະນຸດໃນໄລຍະ 6 ເດືອນຜ່ານມາຂຶ້ນທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ຄໍາກິ່ງແກ້ວ ປັດທໍາມະວົງ ຮອງເຈົ້າເມືອງໆດັ່ງກ່າວທັງເປັນຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ແລະການປົກຄອງ, ທັງເປັນປະທານຄະນະກໍາມະການຕ້ານການຄ້າມະນຸດຂັ້ນເມືອງ ແລະມີບັນດາທ່ານຄະນະກໍາມະການດັ່ງກ່າວທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ປອ. ຄໍາກິ່ງແກ້ວ ປັດທໍາມະວົງ ໄດ້ກ່າວໃຫ້ຮູ້ຄວາມໝາຍຄວາມສໍາຄັນຂອງວຽກງານຕ້ານການຄ້າມະນຸດທີ່ທຸກພາກສ່ວນຈະຕ້ອງໃຫ້ຄວາມຮ່ວມມືໃນການປະຕິບັດລະບຽບກົດຢ່າງລວມສູນກໍ່ຄືກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະສຸມໃສ່ຈັດຕັ້ງປະຕິບັດວຽກວຽກງານດັ່ງກ່າວໃຫ້ມີປະສິດທີຜົນພ້ອມທັງອີງໃສ່ກົດໝາຍ ແລະ ມາດຕາການຕໍ່ຜູ້ລະເມີດເພື່ອຕີຖ້ອຍໃຫ້ບັນຫາດັ່ງກ່າວນັບມື້ນ້ອຍລົງ ແລະ ບໍ່ໃຫ້ມີຢ່າງຂາດຕົວ: ເຮັດໃຫ້ເປັນເມືອງທີ່ມີຄວາມເປັນລະບົບລະບຽບ ແລະມີຄວາມສະຫງົບທາງສັງຄົມ.

ໂດຍ: ໂພທິລາດ