ມອບອຸປະກອນພັດທະນາສີມືແຮງງານ ໃຫ້ 2 ສູນ

   ພິທີມອບ-ຮັບເຄື່ອງຈັກເຄື່ອງມື ແລະອຸປະກອນການຝຶກໃຫ້ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ແລະສູນພັດທະນາສີມືແຮງງານແຂວງອັດຕະປືຈັດຂຶ້ນວັນທີ 10 ມິຖຸນາ 2021 ທີ່ສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ ຕາງໜ້າຮ່ວມລົງນາມ ມອບຂອງທ່ານ ຄຳຄູນ ຄູນທະວົງ ອຳນວຍການບໍລິສັດຄູນທະວົງລາວ ກໍ່ສ້າງ ຄົບວົງຈອນ ຈຳກັດ ແລະຮັບແມ່ນທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມມີ ທ່ານ ປະເດີນພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຫົວໜ້າກົມຮອງຫົວໜ້າພະແນກ ແລະຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ເຄື່ອງຈັກເຄື່ອງມື ແລະອຸປະກອນຮັບໃຊ້ການເຝິກຈາກ ບໍລິສັດ ຄູນທະວົງລາວ ກໍ່ສ້າງຄົບວົງຈອນ ຈຳກັດ ໃນນາມບໍລິສັດທີ່ຮັບຜິດຊອບການຈັດຕັ້ງປະຕິບັດໂຄງການຈັດຊື້ເຄື່ອງຈັກເຄື່ອງມື ແລະອຸປະກອນການເຝິກຂອງສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນວຽງຈັນ ແລະສູນພັດທະນາສີມືແຮງງານແຂວງອັດຕະປືຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1-10 ມີຖຸນາ 2021. ໄດ້ສຳເລັດຕາມສັນຍາການຈັດຊື້ປະກອບມີ 7 ຂະແໜງຊ່າງລາຍການຄື: ຂະແໜງຊ່າງໄຟຟ້າໃນອາຄານ 33 ລາຍການຂະແໜງປຸງແຕ່ງອາຫານ ແລະ ການໂຮງແຮມ 45 ລາຍການຂະແໜງຊ່າງຕັດຫຍິບ 7 ລາຍການ ຂະ ແໜງຊ່າງສ້ອມແປງລົດຈັກ 4 ລາຍການ ຂະແໜງຊ່າງໄອທີ 7 ລາຍການ ເຄື່ອງຮັບໃຊ້ຫ້ອງການບໍລິຫານ 2 ລາຍການ ລວມທັງໝົດ 98 ລາຍການ ມູນຄ່າ 869.500.000 ກີບ.

   ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄປຕາມຈຸດປະສົງ ແລະເປົ້າໝາຍຂອງໂຄງການກະຊວງແຮງງານ ແລະສະຫວັດດີການສັງຄົມຈຶ່ງໄດ້ມອບໃຫ້ສູນພັດທະນາສີມືແຮງ ງານນະຄອນຫຼວງວຽງຈັນ ແລະສູນພັດທະນາສີມືແຮງງານແຂວງອັດຕະປືນຳໃຊ້ຄຸ້ມຄອງ ແລະປົກປັກຮັກສາເພື່ອນຳໃຊ້ຕາມພາລະບົດບາດຂອງຕົນ.

   ໃນໂອກາດດັ່ງກ່າວທ່ານ ປະເດີມພອນ ສົນທະນີ ໃຫ້ກຽດມີຄໍາເຫັນຕໍ່ພິທີວ່າ: ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນການສ້າງລະບົບພັດທະນາສີມືແຮງງານມາດຕະຖານສີມືແຮງງານພັດທະນາກຳລັງແຮງງານໃຫ້ມີຄວາມຮູ້ຄວາມສາມາດມີສີມືມີລະບຽບວິໄນການອອກ ແຮງງານ ແລະຕອບສະໜອງໃຫ້ແກ່ແຜນພັດທະນາເສດຖະກິດສັງຄົມໄລຍະໃໝ່ເພື່ອຈັດຕັ້ງປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ໃນການພັດທະນາກຳລັງແຮງງານໃຫ້ໄດ້ມີຄຸນນະພາບສາມາດເຂົ້າເຖີງຕຳແໜ່ງງານສອດຄ່ອງກັບຄວາມຕ້ອງການຂອງຜູ້ປະກອບການ ແລະສາມາດເຊື່ອມໂຍງໄດ້ພາກພື້ນ ແລະ ສາກົນລັດຖະບານກໍ່ຄືກະຊວງ ຮສສ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນສູງຕໍ່ກັບວຽກງານພັດທະນາສີມືແຮງງານພ້ອມດຽວກັນນັ້ນທ່ານໄດ້ຮຽກຮ້ອງພະ ແນກ ຮສສ ແຂວງເອົາໃຈໃສ່ໃນການຊີ້ນຳໆພາສູນພັດທະນາສີມືແຮງງານເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນການພັດທະນາສີມືແຮງງານໃຫ້ໄດ້ປະສິດທິຜົນ ຕາມຈຸດປະສົງ ແລະເປົ້າໝາຍຂອງໂຄງການໃຫ້ສາມາດຮັບໃຊ້ເຂົ້າໃນການພັດທະນາສີມືແຮງງານໃຫ້ແກ່ຜູ້ເຂົ້າເຝິກສີມືແຮງງານຢ່າງມີປະສິດທິຜົນ.

(ຂ່າວສານ ຮສສ)