ລາວສືບຕໍ່ 8 ມາດຕະການ 13 ຜ່ອນຜັນກັນໂຄວິດ

   ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະໃຫ້ສັງຄົມໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ ແລະທົ່ວເຖິງ, ລັດຖະບານຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການສະບັບເລກທີ 595/ຫສນຍ, ລົງວັນທີ 4 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ກໍລະກົດ 2021, ພ້ອມທັງຜ່ອນຜັນບາງມາດຕະການ.

   ສຳລັບມາດຕະການສືບຕໍ່ປະຕິບັດມີດັ່ງນີ້:

1. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆກັບບຸກຄະລາກອນທາງການແພດ ແລະ             ພາກສ່ວນຕ່າງໆຂອງສັງຄົມດ້ວຍຫຼາຍວິທີ; ພ້ອມທັງເພີ່ມການສັກວັກແຊງແກ່ກຸ່ມເປົ້າໝາຍຕ່າງໆໃຫ້ໄດ້ຕາມຄາດໝາຍ.

2. ສືບຕໍ່ປິດຮ້ານກິນດື່ມ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະຮ້ານເກມທຸກປະເພດໃນທົ່ວປະເທດ.

3. ສືບຕໍ່ປິດສູນກີລາໃນຮົ່ມທຸກປະເພດ ແລະຫ້າມຫຼິ້ນກີລາທີ່ຮ່າງກາຍມີການສຳພັດກັນເຊັ່ນ: ບານເຕະ, ຕີມວຍ ແລະອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼືແຂວງທີ່ມີການລະບາດໃນຊຸມຊົນ.

4. ສືບຕໍ່ປິດການຮຽນ-ການສອນຢູ່ສະຖານການສຶກສາທຸກຊັ້ນທຸກສາຍຢູ່ນະຄອນຫຼວງວຽງຈັນ, ຍົກເວັ້ນໂຮງຮຽນກິນນອນ.

5. ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະຫົວໜ່ວຍຫັດຖະກຳຢູ່ໃນເຂດ ຫຼືບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນໂຮງງານທີ່ພະນັກງານ, ກໍາມະກອນໄດ້ສັກວັກແຊງຄົບ 2 ເຂັມແລ້ວ.

6. ສືບຕໍ່ຫ້າມບຸກຄົນເດີນທາງເຂົ້າອອກເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດຂອງຄະນະສະເພາະກິດຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງດ້ວຍເງື່ອນໄຂ ແລະເຫດຜົນຈຳເປັນ.

7. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼືຊຸມແຊວທຸກຮູບແບບຢູ່ທຸກສະຖານທີ່.

8. ສືບຕໍ່ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະແຜ່ເຊື້ອດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼືເຈວລ້າງມື.

ສຳລັບມາດຕະການຜ່ອນຜັນມີດັ່ງນີ້:

  1.ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ.

  2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະຫຼິ້ນກີລາກາງແຈ້ງທີ່ຮ່າງກາຍບໍ່ໄດ້ສຳພັດກັນ.

3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມຢູ່ນອກເຂດແດງ.

4. ສືບຕໍ່ອະນຸຍາດໃຫ້ນັ່ງກິນ, ດື່ມຢູ່ຮ້ານອາຫານ, ຮ້ານກາເຟທີ່ຢູ່ນອກເຂດແດງໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດຂຶ້ນໄປແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດຢ່າງເດັດຂາດ.

5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ໂຮມຊຸມນຸມທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ ຢູ່ສະຖານທີ່ນອກເຂດແດງແຕ່ຕ້ອງສາມາດຮັກສາໄລຍະຫ່າງ 1 ແມັດ ຂຶ້ນໄປ.

6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາແຕ່ 08:00 ໂມງ ຫາ 18:00 ໂມງ.

7. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າອອກຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.

8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະທາງອາກາດລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼືແຂວງທີ່ມີການລະບາດໃນຊຸມຊົນຕ້ອງສັກວັກແຊງຄົບ 2 ເຂັມ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ.

9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະພະນັກງານຂົນສົ່ງສິນຄ້າເຂົ້າ-ອອກ ລະຫວ່າງແຂວງ ຫາ ແຂວງ ແລະນະຄອນຫຼວງວຽງຈັນ ຫາ ແຂວງສາມາດສົ່ງສິນຄ້າເຖິງປາຍທາງໄດ້ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID19 ແລະບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະແຜ່ເຊື້ອທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ.

10. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດທົ່ວນະຄອນຫຼວງວຽງຈັນພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນມາປະຈຳການປົກກະຕິຖ້າເຫັນວ່າຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼືຜູ້ທີ່ໄດ້ສັກວັກແຊງຄົບ 2 ເຂັມ, ແຕ່ຖ້າການຈັດຕັ້ງໃດບໍ່ສາມາດຮັກສາໄລຍະຫ່າງໄດ້ໃຫ້ຜັດປ່ຽນກັນມາປະຈຳການ.

11. ອະນຸຍາດໃຫ້ເປີດຮ້ານເສີມສວຍຢູ່ນອກເຂດແດງແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ.

12. ອະນຸຍາດໃຫ້ເປີດການຮຽນການສອນສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະການສຶກສາຊັ້ນສູງຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.

13. ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະສວນອາຫານ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ.

   ກ່ຽວກັບບັນດາມາດຕະການທັງໝົດນັ້ນ, ລັດຖະບານມອບໃຫ້ກະຊວງ,ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະຄະນະສະເພາະກິດທຸກຂັ້ນຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຢ່າງເດັດຂາດ ແລະເຂັ້ມງວດ.