ລັດໃຫ້ຜູ້ຄວບຄຸມລະບົບຊໍາລະທຸລະກຳຍ່ອຍດຳເນີນທຸລະກິດ

 ວັນທີ 18 ມິຖຸນາ 2021, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ (ຄລຊ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງໃຫ້ພໍ່ແມ່ປະຊາ ຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດໃນຂອບເຂດທົ່ວປະເທດຊາບກ່ຽວກັບແຈ້ງການ ເລກທີ 461/ຄລຊ,ລົງວັນທີ 17 ມິຖຸນາ 2021 ທີ່ໄດ້ລະບຸລາຍຊື່ຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ, ຜູ້ໃຫ້ບໍລິການຊໍາລະທີ່ຮັບອະນຸຍາດຈາກ ທຫລ ຊຶ່ງປະຈຸບັນ ຄລຊ ໄດ້ເຫັນດີ ແລະອະນຸຍາດໃຫ້ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ນິຕິບຸກຄົນດໍາເນີນທຸລະກິດເປັນຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ ແລະ ຜູ້ໃຫ້ບໍລິການຊໍາລະຈໍານວນຫຼາຍແຫ່ງ ແລະຫຼາຍປະເພດການໃຫ້ບໍລິການຊໍາລະທີ່ສາມາດເຄື່ອນໄຫວວຽກງານລະບົບການຊໍາລະຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ, ສໍາລັບຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍມີຈໍານວນ 1 ແຫ່ງ (ນິຕິບຸກຄົນ) ແລະຜູ້ໃຫ້ບໍລິການຊໍາລະປະກອບ ມີ 4 ປະເພດຄື: 1) ຜູ້ໃຫ້ບໍລິການບັດຊໍາລະມີທັງໝົດ 19 ແຫ່ງ; 2) ຜູ້ໃຫ້ບໍລິການເງິນເອເລັກໂຕຣນິກມີທັງໝົດ 10 ແຫ່ງ (ທະນາຄານທຸລະກິດ 6 ແຫ່ງ ແລະນິຕິບຸກຄົນ 4 ແຫ່ງ); 3) ຜູ້ໃຫ້ບໍລິການຮັບຊໍາລະທາງເອເລັກໂຕຣນິກມີທັງໝົດ 39 ແຫ່ງຄື: ຜູ້ໃຫ້ບໍລິການແກ່ຜູ້ຮັບຊໍາລະມີ 26 ແຫ່ງ (ທະນາຄານທຸລະກິດ 22 ແຫ່ງ ແລະ ນິຕິບຸກຄົນ 4 ແຫ່ງ), ຕົວຢ່າງ: ການຮັບຊໍາລະຄ່າສິນຄ້າ ແລະບໍລິການດ້ວຍບັດເຄືອຄ່າຍສາກົນ ຫຼືແອັບພລິເຄຊັນຂອງ Alipay, Wechat, UnionPay ແລະອື່ນໆຜ່ານຊ່ອງທາງເຄື່ອງຮັບຊໍາລະ EDC/POS ຫຼື QR Code, ຜູ້ໃຫ້ບໍລິການຮັບຊໍາລະແທນມີ 20 ແຫ່ງ (ທະນາຄານທຸລະກິດ 17 ແຫ່ງ ແລະນິຕິບຸກຄົນ 3 ແຫ່ງ, ຕົວຢ່າງ: ການຮັບຊໍາລະຄ່າໄຟຟ້າ, ນໍ້າປະປາ, ພາສີທີ່ດິນ, ຄ່າທໍານຽມທາງ ແລະອື່ນໆຜ່ານປ່ອງບໍລິການທະນາຄານ ຫຼືແອັບພລິເຄຊັນ; 4) ຜູ້ໃຫ້ບໍລິການໂອນເງິນທາງເອເລັກໂຕຣນິກ (Electronic Money Transfer) ມີທັງໝົດ 42 ແຫ່ງ (ທະນາຄານທຸລະກິດ 39 ແຫ່ງ ແລະນິຕິບຸກຄົນ 3 ແຫ່ງ).

   ທ່ານຫົວໜ້າກົມ ຄລຊ ຍັງໄດ້ແຈ້ງລາຍລະອຽດ, ປະເພດການໃຫ້ບໍລິການຊໍາລະ, ຜະລິດຕະພັນ,ຊ່ອງທາງ ແລະເຄື່ອງໝາຍການຄ້າ (ໂລໂກ້) ຂອງຜະລິດຕະພັນທີ່ລົງຢູ່ເວັບໄຊ ທຫລ www. bol.gov.la ແລະມີແຕ່ ຄລຊ ເທົ່ານັ້ນເປັນຜູ້ຄຸ້ມຄອງວຽກງານລະບົບການຊໍາລະຢ່າງລວມສູນໃນຂອບເຂດທົ່ວປະເທດ ແລະມີສິດໃນການຄົ້ນຄວ້າພິຈາລະນາອອກອະນຸຍາດວຽກງານລະບົບການຊໍາລະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 51 ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດຕາມມາດຕາ 57 ຂອງກົດໝາຍວ່າດ້ວຍລະບົບການຊໍາລະ ແລະຫ້າມອອກເຄື່ອງມືການຊໍາລະທຸກປະເພດໂດຍບໍ່ໄດ້ຮັບອະນຸຍາດ; ດໍາເນີນການໃຫ້ບໍລິການຊໍາລະທຸກຮູບແບບໂດຍບໍ່ໄດ້ຮັບອະນຸ ຍາດ; ການແອບອ້າງ ຫຼືໂຄສະນາ, ບິດເບືອນທີ່ສ້າງຜົນເສຍຫາຍຕໍ່ລະບົບການຊໍາລະ ແລະຜູ້ໃຫ້ບໍລິການຊໍາລະລວມທັງຜູ້ໃຊ້ບໍລິການໃນສັງຄົມ; ການມີພຶດຕະກໍາອື່ນທີ່ເປັນການລະເມີດກົດໝາຍວ່າດ້ວຍລະບົບການຊໍາລະສະບັບເລກທີ 32/ສພຊ, ລົງວັນທີ 7 ພະຈິກ 2017 ແລະການໃຫ້ບໍລິການຊໍາລະທີ່ມີລັກສະນະແປກໃໝ່ ເຊັ່ນ: ຊໍາລະດ້ວຍເງິນຄຣິບໂຕ ຫຼືບໍ່ໄດ້ລະບຸໄວ້ໃນແຈ້ງການສະບັບນີ້, ໃນກໍລະນີພົບເຫັນທະນາຄານທຸລະກິດ,ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຫຼືນິຕິບຸກຄົນໃຫ້ບໍລິການທີ່ບໍ່ໄດ້ຮັບອະນຸຍາດກະລຸນາແຈ້ງຫຼືຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ພະແນກນະໂຍບາຍລະບົບຊໍາລະກົມ ຄລຊ. ທຫລ ເບີໂທລະສັບ: 021 253595-7. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານຈົ່ງມີສະຕິ, ບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຊວນເຊື່ອ ແລະໃຊ້ບໍລິການກັບພາກສ່ວນອື່ນທີ່ບໍ່ໄດ້ຮັບອະນຸຍາດຈາກກົມ ຄລຊ. ທຫລ.

ຂ່າວ: ຣັດສະໝີ ດວງສັດຈະ