ອາດສະພັງທອງ ເສັ້ນທາງເບຕົງເຂົ້າໂຮງຮຽນດົງເຫັນ

   ເມື່ອບໍ່ດົນມານີ້ ເມືອງອາດສະພັງທອງ ໄດ້ລົງມືການກໍ່ສ້າງເສັ້ນທາງເບຕົງເຂົ້າຫາໂຮງຮຽນອະນຸບານ-ປະຖົມດົງເຫັນຢ່າງເຄັ່ງຮ້ອນ, ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ລູກຫຼານໃນການໄປໂຮງຮຽນໃນສົກຮຽນປີ 2021-2022 ເສັ້ນທາງເບຕົງເສັ້ນນີ້ແມ່ນເລີ່ມແຕ່ທາງເລກ 9 ເຂົ້າຫາໂຮງຮຽນອະນຸບານ-ປະຖົມດົງເຫັນ, ມີຄວາມກວ້າງທັງໝົດ 4 ແມັດ ແລະຍາວ 110 ແມັດ ຊຶ່ງຈະໄດ້ປູເບຕົງໃນລະດັບສູງ 13 ຊັງຕີແມັດຫາ 15 ຊັງຕີແມັດ, ຄິດເປັນວົງເງິນໃນການກໍ່ສ້າງທັງໝົດປະມານ 50 ລ້ານກີບ ໂດຍແມ່ນທາງອຳນາດການປົກຄອງບ້ານ ແລະປະຊາຊົນຊາວບ້ານດົງເຫັນເປັນຜູ້ຮັບເໝົາກໍ່ສ້າງໂດຍຈະເລັ່ງລົງມືກໍ່ສ້າງໃຫ້ສຳເລັດ 100% ພາຍໃນ 10 ວັນ ຊຶ່ງເລີ່ມລົງມືກໍ່ສ້າງແຕ່ວັນທີ 8-18 ມິຖຸນາ 2021 ນີ້.

   ສ່ວນແຫຼ່ງທຶນຮອນແມ່ນໄດ້ຈາກການປະກອບສ່ວນຈາກພາກລັດ, ເອກະຊົນເປັນຕົ້ນກໍ່ແມ່ນຈາກການປະກອບສ່ວນຂອງພະນັກງານ, ທະຫານ, ຕຳຫຼວດ, ລັດວິສາຫະກິດ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດພາຍໃນເມືອງ ແລະຕະຫຼອດຮອດປະຊາຊົນພາຍໃນເມືອງຊ່ວຍກັນສ້າງສາພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເປັນລຳດັບໂດຍພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກ-ອຳນາດການປົກຄອງຂັ້ນເມືອງນຳພາຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳທີ່ແທ້ຈິງ.