ສ້າງລາຍຮັບເຂົ້າຄອບຄົວ ດ້ວຍການປູກພືດແບບປະສົມປະສານເປັນສິນຄ້າ

   ຜັກກະລໍ່າປີແມ່ນພືດອີກຊະນິດໜຶ່ງທີ່ສັງຄົມໃຫ້ຄວາມຍອມຮັບ ແລະນິຍົມກັນນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍຊຶ່ງປະຈຸບັນປະຊາຊົນລາວບັນດາເຜົ່າໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວເພື່ອຜະລິດເປັນສິນຄ້າຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະຕະຫຼາດກໍ່ມີຄວາມຕ້ອງການຢ່າງກວ້າງຂວາງ.

   ດັ່ງຄອບຄົວຂອງທ່ານ ບົກ ວ່າງ, ປະຊາຊົນບ້ານພູຫົວຊ້າງເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກຜັກກະລໍ່າປີເປັນສິນຄ້າ ແລະສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເປັນຢ່າງດີ, ການປູກຜັກກະລໍ່າປີແມ່ນໄດ້ລິເລີ່ມໃນໄລຍະປີ 2019 ເປັນຕົ້ນມາ ແລະການປູກຜັກແບບປະສົມປະສານເປັນຕົ້ນຫອມບົ່ວ, ຫອມປ້ອມ, ຜັກ ກາດ, ໝາກແຕງ, ໝາກຖົ່ວ ແລະໝາກຊູແມ່ນເລີ່ມຕົ້ນປູກນັບແຕ່ປີ 1989 ເປັນຕົ້ນມາ,ໃນເວລານັ້ນການປູກແມ່ນເນັ້ນໃສ່ການບໍລິໂພກພາຍໃນຄອບຄົວເປັນສ່ວນ ໃຫຍ່ ຊຶ່ງຍັງບໍ່ທັນມີທ່າແຮງເພື່ອຜະລິດເປັນສິນຄ້າໄດ້ເທື່ອ,ການປູກແມ່ນປະຕິບັດຕາມເປັນຕາມເກີດ, ປູກແບບພື້ນບ້ານ ແລະປະຖົມປະຖານໂດຍອາໄສທຳມະຊາດເປັນຕົ້ນຕໍ, ແຕ່ມາຮອດໄລຍະການສ້າງຕັ້ງ ແຂວງໄຊສົມບູນ ໄດ້ມີເງື່ອນໄຂຫຼາຍຢ່າງທີ່ອຳນວຍຄວາມສະດວກດັ່ງນັ້ນເພິ່ນຈຶ່ງໄດ້ຕັດສິນໃຈເລີ່ມຕົ້ນປູກຢ່າງຈິງຈັງໂດຍສຸມໃສ່ການປູກຜັກກະລໍ່າປີເປັນຕົ້ນຕໍ, ສໍາລັບໝາກຊູ, ໝາກແຕງ, ຫອມບົ່ວ ແລະຫອມປ້ອມເປັນການປູກແບບສຳຮອງ.

   ພ້ອມດຽວກັນນີ້ລາຍຮັບຈາກການຂາຍຕົວຈິງສຳລັບຜັກກະລໍ່າປີແມ່ນສາມາດສ້າງລາຍຮັບໄດ້ 10-20 ລ້ານກີບ ຕໍ່ງວດ ແລະພືດຜັກແບບປະສົມປະສານສາມາດ ສ້າງລາຍຮັບໄດ້ 5-6 ລ້ານກີບ ຕໍ່ເດືອນເຖິງວ່າຈະເປັນຈຳນວນເງິນທີ່ຍັງບໍ່ທັນຫຼວງຫຼາຍ ແລະບໍ່ສາມາດເປັນຄອບຄົວຕົວແບບໄດ້ກໍຕາມແຕ່ມັນກໍສາມາດແກ້ໄຂຄວາມຫຍຸ້ງຍາກພາຍໃນຄອບຄົວໄດ້ເປັນຢ່າງດີທັງສະແດງໃຫ້ເຫັນເຖິງຄວາມດຸໝັ່ນຂະຫຍັນພຽນ ແລະມີຄວາມຕັດສິນໃຈສູງເຂົ້າໃນການພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຖານະດີຂຶ້ນໂດຍປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເທື່ອລະກ້າວຊຶ່ງເປັນມູນເຊື້ອທີ່ຫຼາຍຄອບຄົວຄວນເອົາເປັນແບບຢ່າງ.

   ສຳລັບການຂາຍແມ່ນຂາຍຕາມການສັ່ງຊື້ຂອງພໍ່ຄ້າ-ແມ່ຄ້າ ຢູ່ທ້ອງຕະຫຼາດພາຍໃນແຂວງ ແລະສົ່ງຂາຍໃຫ້ບໍລິສັດພູເບ້ຍ ມາຍນິງ ໃນຈຳນວນ 500 ກິໂລ ໃນທຸກໆອາທິດຕໍ່ໜຶ່ງຄັ້ງຊຶ່ງລາຄາຂາຍທີ່ສົ່ງໃຫ້ພໍ່ຄ້າ-ແມ່ຄ້າ ໃນຕະຫຼາດແມ່ນ 3,000 ກີບ ຕໍ່ກິໂລ ແລະສົ່ງໃຫ້ບໍລິສັດພູເບ້ຍມາຍນິງ ແມ່ນ 8,000 ກີບ ຕໍ່ກິໂລ, ນອກນີ້ຍັງໄດ້ສົ່ງຂາຍໃຫ້ບັນດາເມືອງພາຍໃນແຂວງ ແລະສົ່ງໄປຂາຍຢູ່ແຂວງວຽງຈັນຕື່ມອີກ, ອາດເວົ້າໄດ້ວ່າຜັກກະລໍ່າປີ ແລະພືດຜັກແບບປະສົມປະສານຂອງທ່ານ ບົກວ່າງ ໄດ້ເຮັດໃຫ້ຕະຫຼາດທັງພາຍໃນ ແລະຕ່າງແຂວງໃຫ້ຄວາມຍອມຮັບພ້ອມທັງສັ່ງຊື້ຢ່າງເປັນຂະບວນການກວ້າງຂວາງພໍສົມຄວນ.

   ຊຶ່ງອີກບໍ່ດົນທ່ານ ບົກວ່າງ ຈະກາຍເປັນບຸກຄົນ ແລະຄອບຄົວຕົວແບບໃນການປູກພືດຜັກຜະລິດເປັນສິນຄ້າຢ່າງແນ່ນອນ, ສຳລັບການບົວລະບັດຮັກສາແມ່ນສຸມໃສ່ການຖາງຫຍ້າອອກຈາກບໍລິເວນລຳຕົ້ນຂອງຜັກເປັນບັນຫາສຳຄັນໄປພ້ອມກັບການກຳຈັດບັນດາສັດຕູພືດທີ່ເຂົ້າມາທຳລາຍຜັກກະລໍ່າປີ ແລະພືດຜັກຊະນິດອື່ນໆພ້ອມທັງເຕີມຝຸ່ນ ແລະຫົດນໍ້າໃຫ້ເປັນປົກກະຕິພຽງທໍ່ນີ້ຜັກກໍ່ຈະງອກງາມ ແລະຂາຍໄດ້ຕາມຄວາມຕ້ອງການ, ສຳລັບແຮງງານທີ່ໝູນໃຊ້ເຂົ້າໃນການບົວລະບັດຮັກສາແມ່ນນໍາໃຊ້ແຮງງານຂອງລູກໆພາຍໃນຄອບຄົວເປັນແຮງງານຕົ້ນຕໍທີ່ໄດ້ພ້ອມກັນຄຸກຄີ ແລະຫ້າວຫັນບົວລະບັດຮັກສາໃນແຕ່ລະມື້ຢ່າງສະໝໍ່າສະເໝີ.

   ຜ່ານການຢຶດຖືການປູກຜັກກະລໍ່າປີ ແລະພືດຜັກແບບປະສົມປະສານຊະນິດຕ່າງໆເປັນສິນຄ້າຂອງທ່ານ ບົກວ່າງ ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນເຮັດໃຫ້ເສດຖະກິດຄອບຄົວຂອງເພິ່ນມີຖານະດີຂຶ້ນເປັນກ້າວໆ ຈາກຄອບຄົວທີ່ເຄີຍຫຍຸ້ງຍາກໃນເມື່ອກ່ອນມາຮອດປະຈຸບັນໄດ້ຄ່ອຍໆມີທ່າອ່ຽງຫຼຸດພົ້ນອອກຈາກຄວາມທຸກຍາກເປັນລຳດັບ ແລະຮັບປະກັນຄວາມສະດວກສະບາຍທາງດ້ານການເງິນພາຍໃນຄອບຄົວເທື່ອລະກ້າວ.

ຍ້ອນຄວາມດຸໝັ່ນ, ຊື່ສັດ, ປະ ຢັດ ແລະອົດທົນບວກກັບຄວາມມີຫົວຄິດປະດິດສ້າງ ໃນການທຳ ມາຫາກິນ ທີ່ບໍ່ຂັດກັບລະບຽບກົດ ໝາຍຂອງບ້ານເມືອງ, ກ້າຄິດ, ກ້າເຮັດ ແລະຕັດສິນໃຈ ຈຶ່ງເຮັດ ໃຫ້ເສດຖະກິດຄອບຄົວຂອງທ່ານ ບົກວ່າງ ໄດ້ຮັບການພັດການດີຂຶ້ນ ແລະອິມໜຳສໍາລານ.

ຂ່າວ: ຈິນລະວອນ ວໍລະສົມບູນ