ສ.ເກົາຫຼີ ສືບຕໍ່ຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ

 ວັນທີ 5 ມີນາຜ່ານມາທີ່ນະຄອນຫຼວງວຽງຈັນ ທ່ານ ຊິນ ຊອງຊຸນ ເອກອັກຄະລາຊະທູດ ສ.ເກົາຫຼີ ປະຈຳລາວໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ຕໍ່ເຫດການສັນເຂື່ອນກັ້ນນ້ຳແຕກເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂດຍມີທ່ານ ແບັກຈູວອນ ຫົ ວໜ້າມູນນິທິສາທາລະນະສຸກ ສ.ເກົາຫຼີ (KOFIH), ທ່ານ ໂອຊອງຊູ ຫົວໜ້າອົງການ KOICA ປະຈໍາລາວ, ທ່ານ ນາງ ປັກມີໂຈ ອຸປະທູດ ທີ່ປຶກສາປະຈໍາສະຖານທູດ ສ.ເກົາຫຼີ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຊິນຊອງຊຸນ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບຂ່າວວ່າເກີດ ເຫດການແລ້ວລັດຖະບານເກົາຫຼີ ໄດ້ຈັດສົ່ງທີມງານກູ້ໄພສຸກເສີນ ມາຊ່ວຍເຫຼືອຈຳນວນ 3 ຄັ້ງຕິດຕໍ່ກັນ ພ້ອມທັງໄດ້ໃຫ້ການຊ່ວຍ ເຫຼືອດ້ານວັດຖຸ, ເງິນ ແລະໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມເພື່ອປົກປ້ອງເດັກໂດຍມີອົງການ NGO ແລະອົງການຈັດຕັ້ງ ສາກົນເຂົ້າຮ່ວມ, ພິເສດລັດຖະບານໄດ້ໃຫ້ການຊ່ວຍເຫຼືອເຂົ້າ ສານເກົາຫຼີຈຳນວນ 1 ພັນໂຕນ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ, ນອກນີ້ຍັງມີບໍລິສັດ SKEC ໃຫ້ການຊ່ວຍເຫຼືອ 10 ລ້ານໂດລາ, ບໍລິສັດ Kowepo ຊ່ວຍ 1 ລ້ານໂດລາ, ບໍລິສັດ RATCH 1,66 ແສນໂດລາ, ບໍລິສັດ LHSE 120.500 ໂດລາ, ບໍລິສັດ PNPC 1,2 ລ້ານໂດລາ.

  ປະຈຸບັນເຖິງວ່າທາງຄະນະສະເພາະກິດຈະຍັງບໍ່ໄດ້ປະກາດ ຜົນຂອງການສືບສວນສາເຫດເຂື່ອນແຕກອອກມາກໍ່ຕາມແຕ່ລັດ ຖະບານ ແລະບໍລິສັດເກົາຫຼີກໍໄດ້ຮັບຜິດຊອບຢ່າງເຕັມທີ່ຕໍ່ປະຊາຊົນທີ່ໄດ້ຮັບຜົນເສຍຫາຍຈາກເຫດການດັ່ງກ່າວ, ປະຈຸບັນລັດຖະບານເກົາຫຼີກຳລັງຂຶ້ນແຜນຫຼາຍຢ່າງເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ແຂວງອັດຕະປື, ລັດຖະບານ ສ.ເກົາຫຼີ ຍັງຈະເພີ່ມງົບປະມານການຊ່ວຍເຫຼືອລ້າທາງດ້ານການພັດທະນາດ້ານ (O DA) ແກ່ ສປປ ລາວ ຕາມນະໂຍບາຍໃໝ່ສູ່ພາກໃຕ້ຂອງລັດຖະບານ ສ.ເກົາຫຼີ ເນື່ອງຈາກ ສປປ ລາວ ເປັນປະ ເທດບຸລິມະສິດເພື່ອໃຫ້ການຊ່ວຍເຫຼືອເປັນພິເສດຂອງ ສ.ເກົາຫຼີ.

 ສຳລັບການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ໃນໄລຍະຜ່ານມາສະເພາະຢູ່ເມືອງສະໜາມໄຊ ແຂວງອັດຕະປື ມີມູນຄ່າທັງ 12 ລ້ານໂດລາສະຫະລັດ ໃນ 5 ຂະແໜງການເປັນຕົ້ນແມ່ນສາທາລະນະສຸກ, ການປົກປ້ອງເດັກນ້ອຍ, ສຶກສາ,ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະການຄຸ້ມຄອງຄວາມສ່ຽງໄພໃນໄລຍະເວລາ 5 ປີ (2019-2023) ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນເດືອນພຶດສະພາ 2019 ນີ້.

ໂດຍ: ວົງມະນີ