ເດືອນແລ້ວທົ່ວປະເທດເສຍຊີວິດ 37 ຄົນ ຍ້ອນອຸບັດຕິເຫດ

ຂ່າວ: ບຸນນິກ

   ອີງຕາມຂໍ້ມູນກົມຕຳຫຼວດຈະລາຈອນສັງລວມຂໍ້ມູນອຸບັດຕິເຫດປະຈຳ ເດືອນມິຖຸນາ 2021 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 326 ຄັ້ງ, ຜູ້ຮັບບາດເຈັບ 429 ຄົນ, ພາຫະນະເປ່ເພ 563 ຄັນ ແລະມີຜູ້ເສຍຊີວິດ 37 ຄົນ ຊຶ່ງສ້າງຄວາມເສຍຫາຍ 4 ຕື້ກວ່າກີບ.

   ສຳລັບອຸບັດຕິເຫດເກີດເສຍຊີວິດຂຶ້ນຫຼາຍກ່ອນໝູ່ແມ່ນນະຄອນຫຼວງວຽງຈັນ ມີ 10 ຄົນ,ຈຳປາສັກ 6 ຄົນ, ວຽງຈັນ 5 ຄົນ ຊຶ່ງຄົນທີ່ເສຍຊີວິດໃນໄວ້ອາຍຸປະມານ 16-30-31-51 ປີ.

   ແນວໃດກໍ່ຕາມສາເຫດພາໃຫ້ເກີດອຸບັດຕິເຫດເນື້ອງຈາກມີຜູ້ຂັບຂີ້ລົດໄວເກີນກຳນົດ, ດື່ມສິ່ງມືນເມົາ, ລ່ວງປ້າຍຫ້າມຊິ້ງບໍ່ຮັບປະກັນ,ປ່ຽນທິດທາງກະທັນຫັນ ແລະອື່ນໆ.