ຝຶກອົບຮົມ ລວດລາຍ-ສີສັນແຜ່ນແພຫັດຖະກຳຕໍ່າຫູກ

  ໃນວັນທີ 2 ກໍລະກົດ 2021 ຢູ່ສະໂມສອນບ້ານປາກຊຸນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີປິດຊຸດຝຶກອົບຮົມປັບປຸງ ແລະພັດທະນາລວດລາຍ ສີສັນແຜ່ນແພຫັດຖະກຳຕໍ່າຫູກໃຫ້ກັບກຸ່ມຫັດຖະກຳຕໍ່າຫູກລາຍເມີ້ຍປະຍຸກ ບ້ານປາກຊຸນ ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັດ ຄຳ ສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານເສດຖະ ກິດຂັ້ນເມືອງ, ທ່ານ ພອນສະຫວັນ ສຸກຂະເສີມຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງ, ມີການຈັດຕັ້ງບ້ານ, ວິທະ ຍາກອນ ແລະນັກສຳມະກອນເຂົ້າຮ່ວມ.

  ທ່ານ ກອງແກ້ວ ຫຼວງລາດ ບັນດິດຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າ ເມືອງປາກກະດິງໄດ້ລາຍງານວ່າ: ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນເປັນເວ ລາ 5 ວັນ (28 ມິຖຸນາ ຫາ 2 ກໍລະກົດ 2021), ມີວິທະຍາກອນ 2 ທ່ານ ມາຈາກເມືອງໄຊຈຳພອນ ແລະນັກສຳມະນາກອນເປັນກຸ່ມຫັດຖະກຳຕໍ່າຫູກລາຍເມີ້ຍປະຍຸກບ້ານປາກຊຸນ ເຂົ້າຮ່ວມ 35 ຄົນເຂົ້າຮ່ວມຮໍ່າຮຽນ, ການຝຶກອົບຮົມຄັ້ງ ນີ້ນັກສຳມະນາກອນໄດ້ລົງເລິກພາກປະຕິບັດຕົວຈິງຫຼາຍກວ່າທິດສະດີ, ໂດຍສະເພາະແມ່ນການມັດມີ່, ການແຈະມີ່, ການເຂັນເຄືອຫູກ, ການສືບຫູກ, ການເກັບຂີດ, ການຖັກເຂົາ ແລະການຍ້ອມສີ-ຟອກໄໝແບບທຳມະຊາດຜ່ານການຮຽນການສອນເປັນເວລາ 5 ວັນເຫັນວ່ານັກສຳມະນາກອນສາມາດຮຽນຮູ້ໄດ້ຈາກວິທະຍາກອນໄດ້ດີພໍສົມຄວນຍ້ອນນັກສຳມະນາກອນມີພື້ນຖານມາກ່ອນ ແລ້ວ.

  ພິທີໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າ ເມືອງປາກກະດິງ ສະບັບເລກທີ 159/ຫອຄ. ມປດ, ວ່າດ້ວຍການອອກໜັງສືຢັ້ງຢືນໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມ, ອອກໜັງສືຢັ້ງຢືນໃຫ້ນັກສຳມະນາກອນທີ່ສາມາດເປັນຄູຝຶກໄດ້ 5 ທ່ານ, ນັກສຳມະນາກອນທີ່ສາມາດເຮັດໄດ້ດ້ວຍຕົນເອງ 16 ທ່ານ ແລະໄດ້ມີພິທີມອບໜັງສືຢັ້ງຢືນໃຫ້ຢ່າງເປັນທາງການ ຊຶ່ງບັ້ນຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນເພື່ອຍົກລະດັບບົດຮຽນອັນໃໝ່, ເຕັກນິກອັນໃໝ່ເຂົ້າໃນຫັດຖະກຳຕໍ່າຫູກລາຍເມີ້ຍປະຍຸກບ້ານປາກຊຸນ ໂດຍສະເພາະແມ່ນພັດທະນາລວດລາຍ ແລະສີສັນແຜ່ນແພລວມທັງຄຸນນະ ພາບໃຫ້ມີຄວາມໂດດເດັ່ນສາມາດຈຳໜ່າຍຢູ່ພາຍໃນ ແລະສົ່ງອອກໄປຕ່າງປະເທດ.

----

ໜັງສືພິມ ເສດຖະກິດ-ສັງຄົມ