ອຸດົມໄຊ ວິໄຈສະພາບການສຶກສາຂັ້ນແຂວງ

  ແຂວງອຸດົມໄຊ  ໄດ້ຈັດກອງ ປະຊຸມວິໄຈສະພາບການສຶກສາຂັ້ນ ແຂວງ ສົກຮຽນ 2018- 2019 ຄັ້ງວັນທີ 27-28 ກຸມພາ-1 ມີ ນາ2019 ທີ່ເມືອງງາ ໂດຍເຂົ້າຮ່ວມມີທ່ານ ພິມພາ ເພຍເທບ ຫົວໜ້າຄະນະທິມງານລົງກໍ່ສ້າງຮາກຖານທີ່ຕິດພັນກັບວຽກງານ 3 ສ້າງ ປະຈຳຢູ່ສຶກສາທິການ ແລະກີລາ ແຂວງອຸດົມໄຊ, ທ່ານ ຈັນທີ ວິລະໄຊພອນ ຫົວໜ້າຂະແໜງສະຖິຕິ, ແຜນການ ແລະການພົວພັນຕ່າງປະເທດພະແນກສຶກສາ-ກີລາ, ທ່ານ ກອງແກ້ວ ເພັດສຸພັນ ຮອງ ຫົວໜ້າຫ້ອງການສຶກສາ-ກີລາ ເມືອງງາ ແລະພາກສ່ວນທີ່ກ່ຽວ ຂ້ຈາກແຕ່ລະເມືອງເຂົ້າຮ່ວມ.ໃນກອງປະຊຸມໄດ້ນຳສະເໜີ ຜ່ານບົດວິໄຈສະພາບການສຶກສາ-ກີລາສົກ 2018-2019, ຜົນສຳ ເລັດ ແລະຄາດໝາຍສູ້ຊົນໃນ 15  ຄາດໝາຍ ທີ່ສະພາຮັບຮອງຈາກ ແຕ່ລະເມືອງ, ແນະນຳສ້າງແຜນ ທີການສຶກສາ, ອັບເດດຂໍ້ມູນ (Lao          EMIS) ເຂົ້າແຜນທີການສຶກສາ- ກີລາ, ແນະນຳແບບຟອມບົດສະ ເໜີໂຄງການ, ຂັ້ນຕອນການປະ ກອບເອກະສານສະເໜີໂຄງການ, ແບບຟອມເກັບກຳຂໍ້ມູນ ແລະການສະຫຼຸບລາຍງານການຊ່ວຍເຫຼືອທາງ ການເພື່ອການພັດທະນາ  (ODA)  ພ້ອມທັງປະກອບຄຳຄິດເຫັນແລກ ປ່ຽນບົດຮຽນເຊິ່ງກັນ  ແລະກັນເພື່ອແນ່ໃສ່ເຮັດໃຫ້ວຽກງານສະພາບ ການສຶກສາ ແລະກີລາພາຍໃນ ແຂວງໄດ້ຮັບການປັບປຸງດີຂຶ້ນໃນ ຕໍ່ໜ້າ.ໃນໂອກາດນີ້ຍັງໄດ້ມອບຂອງ ຂວັນລາງວັນໃຫ້ເມືອງທີ່ດີເດັ່ນໃນ ການປ້ອນຂໍ້ມູນເຂົ້າຖານຂໍ້ມູນ (Lao  EMIS) ໃນສົກຮຽນຜ່ານມາ,  ລາງ ວັນປ້ອນຂໍ້ມູນໄວສຳເລັດກ່ອນ ເວລາກຳນົດໄດ້ແກ່ເມືອງນາໝໍ້ ແລະ ລາງວັນປ້ອນຂໍ້ມູນຖືກຕ້ອງຊັດເຈນ ໄດ້ແກ່ເມືອງຮຸນ.

ນສພ ເສດຖະກິດ-ສັງຄົມ