ລູກຄ້າຝາກເງິນນຳທະນາຄານ ລາວກໍ່ສ້າງ ຈະໄດ້ຮັບເງິນຕົນຄືນ

ໂດຍ: ຣັດສະໝີ ດວງສັດຈະ

   ຄືດັ່ງທີ່ຮູ້ແລ້ວວ່າ: ໃນທ້າຍປີ 2019 ຜ່ານມາ, ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະໜີ້ສິນຂອງຕົນຢູ່ທະນາຄານລາວກໍ່ສ້າງເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມໝັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມເພື່ອແກ້ໄຂບັນຫາດັ່ງກ່າວຕາມລະບຽບກົດໝາຍໄດ້ກໍານົດໄວ້. 

    ສຳລັບຂໍ້ມູນດັ່ງກ່າວສາມາດສະໜອງໃຫ້ແກ່ຄະນະຄວບຄຸມແລ້ວນັບແຕ່ວັນທີ 25 ມັງກອນ 2020 ທີ່ສໍານັກງານທະນາຄານລາວກໍ່ສ້າງ ຈໍາກັດ ຕັ້ງຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ກໍລະນີທີ່ບໍ່ສາມາດສະໜອງຂໍ້ມູນດ້ວຍຕົນເອງໃຫ້ມີໃບມອບສິດໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານ.

   ຕໍ່ບັນຫາດັ່ງກ່າວ; ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2021 ນີ້, ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການຕໍ່ສື່ມວນຊົນພວກເຮົາກ່ຽວກັບການເບີກຈ່າຍເງິນຝາກຂອງລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງຊັບສິນ ແລະດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ, ລົງວັນທີ 3 ທັນວາ 2020 ແລະອີງຕາມຂໍ້ຕົກລົງວ່າດ້ວຍການຈ່າຍຄືນເງິນຝາກໃຫ້ລູກຄ້າເງິນຝາກສະ ບັບເລກທີ 09/ຄຊ. ທລກ, ລົງວັນທີ 30 ມິຖຸນາ 2021; ປະຈຸບັນ, ທຫລ ກະກຽມການຈ່າຍຄືນເງິນຝາກໃຫ້ແກ່ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ. 

   ສຳລັບການຈ່າຍຄືນເງິນຝາກແມ່ນອີງຕາມຈໍານວນເງິນຕົວຈິງທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດມື້ທີ່ທະນາຄານດັ່ງກ່າວ ຖືກຄວບ ຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານການຄ້າຕ່າງປະເທດລາວ ະຫາຊົນ, ທະນາຄານພັດທະນາລາວ ແລະທະນາຄານສົ່ງເສີມກະ ສິກໍາ), ສ່ວນທີ່ເຫຼືອແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະການປະຕິບັດຕາມຄໍາຕັດສິນຂອງສານ. 

    ທ່ານຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງ ຈໍາກັດ ປະຕິບັດຄື: 1. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸລະກິດຂອງລັດແລ້ວກໍ່ໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນໃຫ້ກຽມເອກະສານເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງ ເງິນຝາກຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ໜັງສືຜ່ານແດນ ຫຼືປຶ້ມສໍາມະໂນຄົວ); 2. ສໍາລັບລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງຈໍາກັດທີ່ຍັງບໍ່ທັນໄດ້ເປີດ ບັນຊີນໍາທະນາຄານທຸລະກິດຂອງລັດກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດໂດຍແຈ້ງຈຸດປະສົງຂອງການເປີດບັນຊີແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ; 3. ໃຫ້ລູກຄ້າເງິນຝາກ ຂອງທະນາຄານລາວກໍ່ສ້າງ ຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນທີ່ທະນາຄານລາວກໍ່ສ້າງຈໍາກັດດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12-30 ກໍລະກົດ 2021.

  ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນຜ່ານທະນາຄານທຸລະກິດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກຂອງລູກຄ້າພ້ອມກັນທັງໝົດຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສຳເລັດພາຍຫຼັງທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນຊຶ່ງຈະໃຫ້ສຳເລັດພາຍໃນເດືອນສິງຫາ 2021 ນີ້; ຫາກລູກຄ້າທີ່ຝາກເງິນຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຕ້ອງການຂໍ້ມູນເພີ່ມຕື່ມກະລຸນາໂທຕິດຕໍ່ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກຂອງລູກຄ້າເງິນຝາກທະນາຄານລາວກໍ່ສ້າງ ຈໍາກັດໄດ້ ທີ່ເບີໂທລະສັບ 030 9336690; 030 933 8065; 030 9335094 ຕາມໂມງລັດຖະການ ແລະຂໍໃຫ້ທຸກທ່ານຈົ່ງປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.