ເລີໂນໂວ ThinkBook 13s Gen2 ດິໄຊລຽບນຽນລາຄາຈັບຕ້ອງໄດ້

  ອັດສະລິຍະພາບທີ່ຊວນຫຼົງໄຫຼໃນສະໄຕລThinkBook 13s ແລບທອບຖືວ່າມີຄວາມສຳຄັນຢ່າງຍິ່ງສຳລັບທຸລະກິດຂະໜາດນ້ອຍຊຶ່ງ Lenovo ພະຍາ ຍາມສ້າງແລບທອບຂະໜາດມິນິເປັນຄັ້ງທຳອິດເພື່ອຮອງຮັບການໃຊ້ງານແບບໃນລັກສະນະນີ້ຫຼາຍຂຶ້ນຊຶ່ງ ເຮົາຈະເຫັນການລົງຕົວໄດ້ຈາກ Think Book 13s ເພາະຂະໜາດທີ່ຫຼຸດລົງຈາກຮູບແບບເດີມໆ ຈຶ່ງກາຍເປັນແລບທອບຂະໜາດ 13 ນິ້ວ ໄປໃນຕົວຄາດການວ່າລຸ້ນນີ້ຈະສາມາດເຈາະຕະຫຼາດເປົ້າໝາຍໄດ້ເປັນຢ່າງດີ.

   ຊຶ່ງເປັນການປູທາງສຳລັບຄວາມສຳເລັດຂອງ Lenovo ໄດ້ອີກຂັ້ນລ່າສຸດຈຶ່ງໄດ້ເປີດໂຕຕາມມາຕິດໆກັບລຸ້ນ ThinkBook 13s Gen 2 ທີ່ມີຈຸດມຸ້ງໝາຍດຽວກັນໃນການເປັນແລບທອບລຸ້ນທີ່ດີທີ່ສຸດນັ້ນເອງ.

  Lenovo ຈະສາມາດພັດທະນາຜະລິດຕະພັນທີ່ໄດ້ມາດຕະຖານສູງຂຶ້ນ ໂດຍການປັບປຸງຂໍ້ບົກຜ່ອງຕ່າງໆໃຫ້ລົງຕົວຢ່າງຈະແຈ້ງຊຶ່ງຖ້າທຽບຈາກຕົ້ນສະບັບທີ່ ມີປະສິດທິພາບດີແຕ່ລາຄາບໍ່ແພງແລ້ວກໍຕ້ອງຍົກໃຫ້ ThinkBook 13s ເປັນຕົວເລືອກທີ່ດີທີ່ສຸດສຳລັບຜູ້ຊື້ແລບທອບລຸ້ນທີ່ມີລາຄາຕໍ່າກວ່າ 1.000 ໂດລາສະຫະລັດສ່ວນການອັບເກຣດໃນລຸ້ນຕໍ່ມາແມ້ຈະມີການປັບປຸງການດິໄຊ ຄ່ອນຂ້າງຫຼາຍແຕ່ປະສິດທິພາບໃນຫຼາຍໆດ້ານ.

----

ໜັງສືພິມ ເສດຖະກິດ-ສັງຄົມ