ສູດບຳລຸງຜິວໃຫ້ນຽນໃສ ດ້ວຍໝາກແຕງ

  ໝາກແຕງເປັນຜັກທີ່ມີສ່ວນປະກອບຂອງນໍ້າສູງ, ຊຶ່ງເປັນ ແຫຼ່ງຂອງຄີມບຳລຸງຈາກທຳມະຊາດພ້ອມທັງມີວິຕາມິນຊີ, ວິຕາມິນອີ ລວມທັງແຮ່ທາດຊະນິດຕ່າງໆທີ່ສາມາດບຳລຸງຜິວໜ້າໄດ້.

  • ຟື້ນຟູຜິວໄໝ້ແດດ ໂດຍນໍາເອົາໝາກແຕງ ແລະນໍ້າເຜິ້ງປັ່ນລວມກັນແລ້ວນຳມາຟອກໜ້າ 30 ນາທີ, ຫຼັງຈາກນັ້ນລ້າງອອກດ້ວຍນໍ້າເຢັນ.
  • ບຳລຸງຜິວໃຫ້ນຽນໃສນໍາໝາກແຕງປະສົມໂຍເກີດແລ້ວປັ່ນທັງສອງຢ່າງລວມກັນແລ້ວນຳມາຟອກໜ້າ 20 ນາທີຈາກນັ້ນລ້າງໜ້າໃຫ້ສະອາດ.
  • ສູດປິ່ນປົວສິວບຳລຸງຜິວໃສນໍາເອົາໝາກແຕງມາປອກເປືອກລາງໃຫ້ສະອາດ, ສັບ ຫຼື ປັ່ນໃຫ້ລະອຽດ, ນຳເອົາໄປແຊ່ໄວ້ໃນຕູ້ເຢັນ, ເມື່ອເຢັນແລ້ວນຳມາຟອກໜ້າ 20 ນາທີແລ້ວລ້າງອອກດ້ວຍນໍ້າເຢັນ.
  • ບຳລຸງຜິວແຫ້ງໃຫ້ຊຸ່ມຊື່ນສິ່ງທີຕ້ອງກຽມ: ໝາກແຕງ, ໂຍເກີດ, ນໍ້າເຜິ້ງແລ້ວປັ່ນໝາກແຕ່ງປະສົມກັບໂຍເກີດ ແລະນໍ້າເຜິ້ງ, ຫຼັງຈາກນັ້ນເອົາມາຟອກໜ້າ 20 ນາທີແລ້ວລ້າງອອກ, ຄວນຟອກ 2-3 ຄັ້ງຕໍ່ອາທິດ.

----

ຮຽບຮຽງໂດຍ: ຟ້າ