ທັບນັກກິລາລາວ ເດີນທາງເຖິງປະເທດຍີ່ປຸ່ນ ດ້ວຍຄວາມສະຫວັດດີພາບ ກ່ອນລຸຍ “ໂອແລມປິກ ເກມ”

ຂ່າວໂດຍ: ສົງການ
ພາບ: Jeab Chaleunsouk

   ທັບນັກກິລາລາວ ໄດ້ເດີນທາງເຖິງສະໜາມບິນສາກົນນາຣິຕະ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນຢ່າງເປັນທາງການແລ້ວໃນຕອນເຊົ້າວັນທີ 16 ກໍລະກົດ 2021 ພາຍຫຼັງອອກເດີນທາງຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນແລງວັນທີ 15 ກໍລະກົດ ຜ່ານມາຊຶ່ງນຳພາໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ແລະ ທ່ານ ສົມພູ ພົງສາ ອະດີດຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ຮອງປະທານ ແລະເລຂາທິການ ຄອລ ພ້ອມດ້ວຍຄະນະນຳ, ຄູຝຶກ,ນັກກິລາ ແລະຜູ້ປະສານງານ.


    ສຳລັບງານມະຫະກໍາກິລາໂອແລມປິກສາກົນ ຄັ້ງທີ 32 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນເຈົ້າພາບຈະຈັດຂຶ້ນລະຫວ່າງວັນທີ 23 ກໍລະກົດ 2021-08 ສິງຫາ 2021 ໂດຍມີນັກກິລາທົ່ວໂລກ 205 ປະເທດ ຈາກ 5 ທະວີບເຂົ້າຮ່ວມຊີງໄຊ. ໃນນີ້ສະເພາະ ສປປ ລາວ ເຮົາແມ່ນສົ່ງນັກກິລາເຂົ້າຮ່ວມ 3 ປະເພດຄື: ລອຍນໍ້າ, ແລ່ນ-ລານ ແລະຢູໂດ. ຊຶ່ງກິລາລອຍນໍ້າ ມີ 2 ຄົນ ຄື: ນາງ ສິຣິອາລົມ ບຸດຈະເລີນ ລາຍການລອຍ 50 ແມັດ ປະເພດຟຣີສະຕາຍ ແລະທ້າວ ສັນຕິສຸກ ອິນທະວົງ ລາຍການລອຍ 50 ແມັດ ຟຣີສະຕາຍ. ສ່ວນກິລາແລ່ນ-ລານ 1 ຄົນ ແມ່ນ ນາງ ສິຣິນາ ພະອໍາໄພ ປະເພດແລ່ນ 110 ແມັດຍິງ ແລະກິລາຢູໂດ ທ້າວ ສຸກພະໄຊ ສິດທິສານ ຮຸ່ນນໍ້າໜັກ 60 ກິໂລກຣາມ.

    ຂະນະທີ່ຜົນງານນັກກິລາລາວເຮົາຈະເປັນແນວໃດນັ້ນແລ້ວຈະຂໍລາຍງານໃຫ້ຊາບຕື່ມ.