ຢູ-12 ນະຄອນຫຼວງວຽງຈັນ ເຂົ້າຮ່ວມເຕະບານ ເຍົາວະ

   ນັກເຕະເຍົາວະຊົນຮຸ່ນອາ ຍຸ 12 ປີ ຫຼື ຢູ-12 ນະຄອນຫຼວງ ວຽງຈັນ ໃນຈຳນວນ 30 ຄົນ, ຄະນະນຳພາ 9 ຄົນ  ແລະນັກກີລາ  21  ຄົນ ພ້ອມເຕັມຮ້ອຍເປີເຊັນ  ແລະ ຕັ້ງເປົ້າຈະສູ້ຊົນສ້າງຜົນງານໃຫ້ ດີທີ່ສຸດໃນການເຂົ້າຮ່ວມແຂ່ງຂັນເຕະບານ ຢູ-12 ຊີງແຊ໋ມນາໆ ຊາດ ທີ່ນະຄອນຫຼວງບາງກອກ ປະເທດໄທ ໂດຍແມ່ນທະຫານໄທ ຮັບກຽດເປັນເຈົ້າພາບຈະຈັດຂຶ້ນ ລະຫວ່າງ 11-14  ມີນາ 2019   ນີ້ ໂດຍມີ 6 ປະເທດເຂົ້າຮ່ວມຂະນະ ທີ່ນະຄອນຫຼວງ ຖືກຈັດຢູ່ກຸ່ມແຂງ ຮ່ວມກັບຍີ່ປຸ່ນ ແລະສ ເກົາຫຼີ.ເມື່ອວັນທີ 5 ມີນາ ຜ່ານມາທີ່ສະໜາມກີລາເຕະບານເຈົ້າອານຸ ວົງ ເມືອງຈັນທະບູລີ, ສະຫະພັນ ບານເຕະນະຄອນຫຼວງວຽງຈັນ ໄດ້ ຖະແຫຼງຂ່າວການກະກຽມຄວາມ ພ້ອມຂອງຂຸນພົນນັກເຕະບານ ຢູ-12 ນະຄອນຫຼວງ ກຽມເຂົ້າ ຮ່ວມງານດັ່ງກ່າວໃຫ້ສື່ມວນຊົນ ລາວ ກໍ່ຄືໃຫ້ພໍ່ແມ່ປະຊາຊົນຊາວ ນະຄອນຫຼວງ ຮັບຮູ້ເຖິງຄວາມ ພ້ອມໂດຍທ່ານ ວຽງສະຫວັນ  ແສງຈັນ ປະທານສະຫະພັນບານ ເຕະນະຄອນຫຼວງວຽງຈັນ ກ່າວວ່າ: ອີງໃສ່ແຜນພັດທະນາວົງການ ກີລາບານເຕະນະຄອນຫຼວງວຽງ ຈັນ  ໃຫ້ມີທ່າກ້າວທີ່ພົ້ນເດັ່ນສະນັ້ນ ໃນປີ 2019 ຈຶ່ງໄດ້ຈັດຕັ້ງແຜນ ການເຄື່ອນໄຫວໃຫ້ນັກກີລາຢ່າງຫຼວງຫຼາຍ ໂດຍສະເພາະໃນການກະກຽມຝຶກຊ້ອມນັກກີລາໃນຊຸດນີ້ ເຂົ້າຮ່ວມແຂ່ງຂັນເຕະບານຢູ-12 ຊີງແຊ໋ມນາໆຊາດທີ່ນະຄອນຫຼວງ ບາງກອກ ປະເທດໄທ ໂດຍແມ່ນທະຫານໄທຮັບກຽດເປັນເຈົ້າພາບຈະຈັດຂຶ້ນລະຫວ່າງ 11-14  ມີນາ 2019 ນີ້ແມ່ນໄດ້ມີການຫ້າງຫາ ກະກຽມໄດ້ໜຶ່ງເດືອນເຕັມເບື້ອງ ຕົ້ນມີນັກກິລາເຂົ້າຮ່ວມຄັດເລືອກ ມີ 30 ກວ່າຄົນ ມາຈາກບັນດາ ໂຮງຮຽນ ແລະສະໂມສອນຕ່າງໆ ນັບມາຮັດປະຈຸບັນກໍ່ສາມາດເລືອກໄດ້ໃມນຈຳນວນ 21 ຄົນ, ໃນນັ້ນ ແມ່ນມາຈາກ 2 ສະໂມສອນໃຫຍ່ ຄື:  ສະໂມສອນລ້ານຊ້າງ  ຢູໄນເຕັດ ແລະສະໂມສອນວຽງຈັນ ເອັບທີ ສ່ວນອີກ 9 ທ່ານ ແມ່ນຄະນະນຳ, ຄະນະຄູຝຶກ ແລະແພດປະຈຳທີມ ນັບມາຮອດປະຈຸບັນພວກເຮົາພ້ອມ ແລ້ວທີ່ຈະເຂົ້າຮ່ວມແຂ່ງຂັນ. ເຖິງ ຢ່າງໃດກໍ່ດີ, ນັກກີລາໃນຊຸດນີ້ຈະ ເອົາເປັນແບບຢ່າງທີ່ດີໃຫ້ແກ່ເຍົາວະຊົນທົ່ວນະຄອນຫຼວງວຽງຈັນ ພາຍຫຼັງສຳເລັດການເຂົ້າຮ່ວມ ແຂ່ງຂັນຄັ້ງນີ້ກັບມາຈະພະຍາ ຍາມໃຫ້ມີການແຂ່ງຂັນລີກເຍົາວະ ຊົນຂຶ້ນທັງນີ້, ກໍ່ເພື່ອສົ່ງເສີມນັກກີ ລານະຄອນຫຼວງວຽງຈັນສາມາດກ້າວຂຶ້ນໄປເປັນນັກເຕະລະດັບຊາດກໍ່ຄືຕິດທີມຊາດໃນອະນາຄົດ.

   ສ່ວນທ່ານ ພອນໄຊ ວົງທອງ ຄຳ ຫົວໜ້າຄູຝຶກກີລາເຕະບານ ຢູ-12 ນະຄອນຫຼວງວຽງຈັນ ບອກວ່າ: ນັກເຕະຊຸດນີ້ມີຈຸດພິເສດ ຢູ່ທີ່ຕົວນ້ອຍແຕ່ມີເຕັກນິກ, ທັກສະ ແລະມີຄວາມຄ່ອງແຄ່ວວ່ອງໄວ ສູງສະນັ້ນ  ຈຶ່ງໄດ້ເນັ້ນຝຶກຊ້ອມໃຫ້ ເຂົາເຈົ້າຮຽນຮູ້ການຫຼິ້ນບານແບບ ລຽບພື້ນໃນສະຕ໋າຍບານສັ້ນເຄາະ 1-2 ແລະຈົບສະກໍໃຫ້ສຽບຄົມ ສິ່ງສຳຄັນແມ່ນມີຄວາມເອົາໃຈໃສ່ ແລະມີລະບຽບວິໄນທີ່ດີທັງນີ້, ກໍ່ ຍ້ອນໄດ້ຮັບການເອົາໃຈໃສ່ຊີ້ນຳ ນຳພາ ແລະການສະໜັບສະໜູນ ຈາກບັນດາພາກສ່ວນຕ່າງໆ ໂດຍ ສະເພາະພໍ່ແມ່ນັກກີລາ  ຈຶ່ງເຮັດໃຫ້          ທີມຊຸດນີ້ປະສົບຜົນສຳເລັດຕາມຄວາມຄາດຫວັງຜ່ານການອຸ່ນ ເຄື່ອງທົດສອບທີມ 3  ນັດ  ສາມາດ ເອົາຊະນະໄດ້ 2 ນັດ ຄືຊະນະທີມ ລ້ານຊ້າງ ຢູໄນເຕັດ 4-1 ປະຕູ, ຊະນະທີມວຽງຈັນເອັບທີ  5-3  ປະ   ຕູ ແລະສະເໝີທີມບຸນເກີດເອັບຊີ 2-2  ປະຕູ  ກ່ອນຈະອອກເດີນທາງ ໄດ້ທົດສອບກັບທີມເອສຣາ ເອັບຊີ ອີກ 1 ນັດ ເຊື່ອໝັ້ນວ່າການເຂົ້າ ຮ່ວມແຂ່ງຂັນລາຍການດັ່ງກ່າວ ເຖິງວ່າພວກເຮົາຈະຖືກຈັດຢູ່ກຸ່ມ ແຂງຮ່ວມກັບ ຍີ່ປຸ່ນ  ແລະສ  ເກົາຫຼີ ກໍ່ຕາມແຕ່ພວກເຮົາຈະຂໍສູ້ຊົນສ້າງຜົນງານໃຫ້ດີທີ່ສຸດ.

  ການແຂ່ງຂັນເຕະບານຢູ-12 ຊີງແຊ໋ມນາໆຊາດ ທີ່ປະເທດໄທ ມີ 6 ປະເທດເຂົ້າຮ່ວມຈັດແບ່ງ ອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງ ຂັນພົບກັນໝົດຄັດເອົາທີ 1-2  ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປສຳ ລັບກຸ່ມເອ ນະຄອນຫຼວງວຽງຈັນ ຕາງໜ້າ ສປປ ລາວ, ຍີ່ປຸ່ນ ແລະ  ສ  ເກົາຫຼີ ສ່ວນກຸ່ມ ບີ ໄທ ເຈົ້າ ພາບ, ຮົງກົງ ແລະອັງກິດ. 

ນສພ ເສດຖະກິດ-ສັງຄົມ