6 ເດືອນ ໂພນທອງເກັບລາຍຮັບໄດ້ 36,04%.

  ວັນທີ 14 ກໍລະກົດ 2021 ທີ່ສະໂມສອນໃຫຍ່ຂອງ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການເກັບລາຍຮັບວິຊາການມອບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2021 ຂຶ້ນ, ໂດຍເປັນປະທານຂອງທ່ານ ແຕ່ງທອງ ໄຊຍະທິ ຮອງເຈົ້າເມືອງຜູ້ຊີ້ນຳວຽກງານເສດຖະກິດຂອງເມືອງໂພນທອງ, ມີຫົວໜ້າ-ຮອງຫົວໜ້າທີ່ມີລາຍຮັບວິຊາການ ແລະພະນັກງານຜູ້ຮັບຜິດຊອບວຽກງານການເງິນຂອງແຕ່ລະຂະແໜງການເຂົ້າຮ່ວມ.

    ໃນກອງປະຊຸມທ່ານ ບຸນໄຊ ຄຳພາວະ ຮອງຫົວໜ້າຫ້ອງການ-ການເງິນເມືອງໂພນທອງ ໄດ້ຜ່ານບົດສະຫຼຸບການເກັບລາຍຮັບວິຊາການຂອງແຕ່ລະຂະແໜງການເຂົ້າງົບປະມານຂອງເມືອງຕາມແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທີ່ພະແນກການເງິນແຂວງໄດ້ມອບໃຫ້ເມືອງໃນສົກປີ 2021 ມີຈໍານວນ 370,8 ລ້ານກີບ ຊຶ່ງຄະນະນຳຫ້ອງການການເງິນເມືອງ ແລະບັນດາຂະແໜງການທີ່ມີລາຍຮັບວິຊາການໄດ້ພ້ອມກັນຕັ້ງໜ້າລົງຊຸກຍູ້ການເກັບລາຍຮັບມອບເຂົ້າງົບປະມານລັດໃນໄລຍະ 6 ເດືອນຕົ້ນປີ  2021 ສາມາດຈັດເກັບລາຍຮັບໄດ້ 133,6 ລ້ານກີບທຽບໃສ່ແຜນການປະຕິບັດໄດ້ 36,04%, ຈາກນັ້ນຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະ ກອບຄຳເຫັນເພື່ອຊອກວິທີທາງການແກ້ໄຂບັນຫາທີ່ຍັງຄົ້ງຄ້າງກ່ຽວກັບບັນດາຫົວໜ່ວຍທຸລະກິດທີ່ຍັງບໍ່ທັນປະກອບສ່ວນພັນທະແກ່ພາກລັດເພື່ອເຮັດໃຫ້ໃນແຜນການ 6 ເດືອນທ້າຍປີ 2021 ປະຕິບັດໄດ້ຕາມຄາດໜາຍທີ່ວາງໄວ້. 

 ຕອນທ້າຍກອງປະຊຸມທ່ານ ແຕ່ງທອງ ໄຊຍະທິ ໄດ້ເນັ້ນໜັກໃຫ້ຂະແໜງການກ່ຽວຂ້ອງຈົ່ງສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນທ້າຍປີນີ້ໃຫ້ໄດ້ຕາມແຜນ ການໂດຍມອບໃຫ້ຫ້ອງການເງິນເມືອງເປັນເຈົ້າການຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການທີ່ວາງໄວ້.