ລັດຖະມົນຕີກະຊວງ ຍທຂ ຊຸກຍູ້ລົດໄຟລາວ-ຈີນ ທີ່ຫຼວງພະບາງ

ຂ່າວ: ສີສຸວັນ 

    ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງພ້ອມດ້ວຍຄະນະໄດ້ລົງຕິດຕາມຊຸກຍູ້ວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ແຂວງຫຼວງພະບາງ ແລະ ໄດ້ຈັດກອງປະຊຸມຮ່ວມກັບຄະນະຮັບຜິດຊອບທາງລົດໄຟຂອງແຂວງຫຼວງພະບາງຂຶ້ນໃນວັນທີ 21 ກໍລະກົດ 2021 ນີ້ທີ່ຫ້ອງປະຊຸມພະ ແນກໂຍທາທິການ ແລະຂົນສົ່ງແຂວງໂດຍການຕ້ອນຮັບຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງເຈົ້າແຂວງຫຼວງພະບາງ,ມີທ່ານຮອງລັດທະມົນຕີ,ຮອງເຈົ້າຄອງນະຄອນ, ຮອງເຈົ້າແຂວງ, ຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

   ຈຸດປະສົງຫຼັກຂອງກອງປະຊົມຄັ້ງນີ້ແມ່ນເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພາະວ່າໂຄງ ການດັ່ງກ່າວເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ ໂດຍການນໍາຂອງສອງພັກແລະສອງລັດຖະບານລາວ ແລະຈີນໄດ້ຕົກລົງເປັນ ເອກະພາບກັນໃຫ້ເປັນຕົວແບບຂອງການຮ່ວມມືມິດຕະພາບລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ ແລະໄດ້ປະກາດໃຫ້ສັງຄົມໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດໃນບົດລາຍງານຄວາມຄືບໜ້າຂອງວຽກງານທາງລົດໄຟລາວ-ຈີນ ຕື່ມອີກເປັນຕົ້ນແມ່ນວຽກງົບປະມານ, ວຽກໄກ່ເກ່ຍສິ່ງກີດຂວາງ, ວຽກເສັ້ນທາງລົດໄຟຕັດກັບເສັ້ນທາງຫຼວງຕ່າງໆໃນຊ່ວງລະດູຝົນ, ວຽກບ້ານຈັດສັນ (4 ໝູ່ບ້ານ), ວຽກທາງເຂົ້າສະຖານີລົດໄຟ, ວຽກການເຊື່ອຕໍ່ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ ແລະວຽກກວດກາຂອງເຈົ້າ ໜ້າທີ່ຢູ່ດ່ານ.

 ຫຼັງຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນຕໍ່ບົດລາຍງານຂອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະຄໍາຖາມເຈາະຈີ້ມຂອງທ່ານປະທານກອງປະຊຸມໂດຍສະເພາະແມ່ນການປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮ່ວມກັນຊອກຫາທາງອອກ, ມາດຕະການ ແລະວິທີແກ້ໄຂບັນຫາທີ່ຖືກຕ້ອງ, ສົມເຫດສົມຜົນ ແລະສອດຄ່ອງກັບສະພາບຄວາມເປັນຈິງເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.