ກຽມໂຄງການພັດທະນາລະບົບນໍ້າປະປາພາກໃຕ້

ຂ່າວ: ເເກດສະໜາ ແກ້ວສຸວັນນະແສງ 

    ວັນທີ 22 ກໍລະກົດ 2021, ຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ໄດ້ມີພິທີເຊັນສັນຍາທີ່ປຶກສາເພື່ອສໍາຫຼວດ-ອອກແບບ ແລະຄຸ້ມຄອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ແຂວງຈໍາປາສັກ ແລະແຂວງສາລະວັນ.

    ໃນພິທີ ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກໄດ້ມີຄໍາເຫັນໂດຍຕີລາຄາສູງຕໍ່ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ແຂວງຈໍາປາສັກ ແລະແຂວງສາລະວັນຊຶ່ງມີຄວາມສໍາຄັນຫຼາຍອັນຈະນໍາປະໂຫຍດມະຫາສານຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ ດ້ວຍການຊົມໃຊ້ນໍ້າປະປາທີ່ສະອາດ, ປອດໄພ ໂດຍສະເພາະບັນດາບ້ານ, ເມືອງທີ່ນອນ ໃນໂຄງການໃຫ້ຫຼາຍຂຶ້ນກ່ວາເກົ່າ. ໂຄງການນີ້ແມ່ນໜຶ່ງໃນຫຼາຍໂຄງການທີ່ເກີດ ຂຶ້ນໄດ້ໂດຍການຮ່ວມມືອັນສະໜິດແໜ້ນ ແລະມີໝາກຜົນ ລະຫວ່າງແຂວງຈໍາປາສັກ ສປປ ລາວ ກັບສາທາລະນະລັດເກົາຫຼີ, ຈາກນີ້ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ແລະ ທ່ານ Lee, Dong Geon ຜູ້ຕາງໜ້າກອງທຶນຮ່ວມພັດທະນາເສດຖະກິດແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນຕໍ່ການເຊັນສັນຍາທີ່ປຶກສາເພື່ອສໍາຫຼວດ-ອອກແບບ ແລະຄຸ້ມຄອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້.

  ທ່ານ ບາສີ ພອນແກ້ວ ຫົວໜ້າໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ໄດ້ຕາງໜ້າພະແນກ ຍທຂ ແຂວງຈໍາປາສັກກ່າວວ່າ: ຈຸດປະສົງ ແລະເປົ້າໝາຍຂອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ຕົ້ນຕໍແມ່ນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນບັນດາບ້ານເປົ້າໝາຍດ້ວຍການສະໜອງນໍ້າສະ ອາດ, ປາສະຈາກພະຍາດທີ່ເກີດຈາກນໍ້າ ແລະມີສຸຂະອະນາໄມທີ່ດີໂດຍການປັບປຸງ ແລະກໍ່ສ້າງລະບົບສະໜອງນໍ້າປະປາຢູ່ບັນດາເມືອງຂອງແຂວງຈໍາປາສັກທີ່ຍັງບໍ່ທັນມີນໍ້າປະປາຄື: ເມືອງມຸນລະປາໂມກ, ເມືອງສຸຂຸມາ, ເມືອງປະທຸມພອນ, ເມືອງປາກຊ່ອງ, ເມືອງບາຈຽງຈະເລີນສຸກ, ເມືອງຊະນະສົມບູນ, ເມືອງຈໍາປາສັກ, ນະຄອນປາກເຊ (ເພີ່ມກໍາລັງຜະລິດ) ແລະອີກໜຶ່ງເມືອງຂອງແຂວງສາລະວັນຄື: ເມືອງສາລະວັນ (ເພີ່ມກໍາລັງຜະລິດ), ໂຄງການດັ່ງກ່າວແມ່ນໄດ້ເລີ່ມສຶກສາຄວາມເປັນໄປໄດ້ແຕ່ກາງ ປີ2019, ມາຮອດເດືອນພະຈິກ ປີ 2020, ລັດຖະບານ ສປປ ລາວ ໄດ້ເຊັນສັນຍາກູ້ຢືມທຶນຈາກກອງທຶນຮ່ວມມືເພື່ອພັດທະນາເສດຖະກິດປະເທດ ສ.ເກົາຫຼີ ໂດຍແມ່ນພະແນກ ຍທຂ ແຂວງຈໍາສັກ ເປັນຜູ້ຈັດຕັ້ງປະຕິບັດ, ໂຄງການໄດ້ເລີມຈັດຕັ້ງການປະມູນເອົາບໍລິສັດທີ່ປຶກສາແຕ່ວັນທີ 16 ພະຈິກ2020 ແລະ ສໍາເລັດໃນວັນທີ 26 ກຸມພາ 2021 ຊຶ່ງໄດ້ຜ່ານການເຫັນດີຮັບຮອງເອົາຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດຂອງ ສ.ເກົາຫຼີເຫັນດີໃຫ້ພະແນກ ຍທຂ ແຂວງຈໍາປາສັກ ເຊັນສັນ ຍາ ກັບບໍລິສັດທີ່ປຶກສາ JV of KUNWHA Engineering & Consulting Co Ltd. ແລະ ISAN Corporation ໃນຄັ້ງ ວັນທີ 15 ມີນາ 2021 ເພື່ອເປັນທີ່ປຶກສາໂຄງການໃນມູນຄ່າ 4.128.000 ໂດລາສະຫະລັດ ຊຶ່ງການຈັດຕັ້ງປະຕິບັດແມ່ນແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ເປັນໄລຍະການສໍາຫຼວດ-ອອກ ແບບລະອຽດ ແລະປະມູນເອົາຜູ້ຮັບເໝົາກໍ່ສ້າງ; ໄລຍະທີ 2 ເປັນໄລຍະຕິດຕາມການກໍ່ສ້າງ, ສໍາລັບພິທີເຊັນສັນຍາຄັ້ງນີ້ແມ່ນເພື່ອເປັນ ການຮັບຮູ້-ຢັ້ງຢືນຄືນທັງຮ່ວມເປັນສັກຂີພະຍານກາຽວກັບສັນຍາການສໍາຫຼວດ-ອອກແບບ ແລະຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ.

    ໂອກາດນີ້ທ່ານ Kim, Jong Tae ຕາງໜ້າບໍລິສັດທີ່ປຶກສາໂຄງການໄດ້ສະເໜີຕື່ມວ່າ: ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ນີ້ຈະກວມພື້ນທີ່ 306 ບ້ານຂອງແຂວງຈໍາປາສັກ ແລະ 128 ຂອງແຂວງສາລະວັນທີ່ຈະໄດ້ຮັບນໍ້າສະອາດຈາກໂຄງການ, ໜ້າວຽກທໍາອິດທີ່ຈະຈັດຕັ້ງປະຕິບັດແມ່ນການກໍ່ສ້າງຫໍສູບນໍ້າທີ່ສາມາດສູບນໍ້າໄດ້ 47.350ແມັດ ກ້ອນຕໍ່ວັນ. ຈາກນັ້ນແມ່ນກໍ່ສ້າງໂຮງງານຜະລິດນໍ້າປະປາດ້ວຍກໍາລັງການຜະລິດ 20.600 ແມັດ ກ້ອນຕໍ່ວັນເພື່ອຜະລິດນໍ້າສະອາດ, ຈາກນັ້ນທ່ານ Kim, Jong Tae ຍັງໄດ້ອະທິບາຍຂັ້ນຕອນຕ່າງໆ ໃນການຜະລິດນໍ້າ, ນໍ້າປະປາທີ່ສະອາດຕື່ມອີກ.

   ຕອນທ້າຍພິທີກໍ່ມີການເຊັນສັນຍາລະຫວ່າງພະແນກ ຍທຂ ແຂວງຈໍາປາສັກ ລົງນາມໂດຍທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ ແລະ ບໍລິສັດທີ່ປຶກສາລົງນາມໂດຍທ່ານ Kim, Jong Tae ຕາງໜ້າບໍລິສັດທີ່ປຶກສາໂຄງການໂດຍມີທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົ້າ ແຂວງຈໍາປາສັກ, ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ), ທ່ານ Lee Dong Geon ຜູ້ຕາງໜ້າກອງທຶນຮ່ວມພັດທະນາເສດຖະກິດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນ ແຂວງຈໍາປາສັກ ແລະການນໍາຈາກກົມກ່ຽວຂ້ອງຂອງສູນກາງ, ການນໍາແຂວງ, ການນໍາພະແນກ ຍທຂ ແຂວງຈໍາປາສັກ, ສາລະວັນ,ການນໍານະຄອນປາກເຊ, ການນໍາ 7 ເມືອງຂອງແຂວງຈໍາປາສັກ,ການນໍາເມືອງສາລະວັນແຂວງສາລະວັນ ແລະພາກສ່ວນທີ່ກ່ຽວຂ້ອງໃນ 2 ແຂວງເຂົ້າຮ່ວມ.