ທ້າວ ສົມຄິດ ສິມພະວົງ ຂໍຄະມາ ຄາລະວະ ຜາສາດຫີນວັດພູຈຳປາສັກ

ຂ່າວ: ໄຊຍະສິດ ສີຫາວົງ

    ໃນຕອນບ່າຍຂອງວັນທີ 23 ກໍລະກົດ 2021 ນີ້, ອົງການປົກຄອງເມືອງຈຳປາສັກໄດ້ນຳພາ ທ້າວ ສົມຄິດ ສິມພະວົງ ອາຍຸ 17 ປີ ອາຊີບ ນັກຮຽນ, ປະຈຸບັນຢູ່ບ້ານຂອນແກ່ນເມືອງຈຳປາສັກ ແຂວງຈຳປາສັກເຂົ້າມາຈະມາຄາລະວະຕໍ່ໜ້າຜາສີນຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ພາຍຫຼັງຜູ້ກ່ຽວໄດ້ກະທຳຜິດ, ຕໍ່ກົດໜາຍ ແລະ ຮີດຄອງປະເພນີ, ທີ່ໄດ້ສ້າງຄວາມເຊື່ອມເສຍທາງດ້ານວັດທະນະທຳຮີດຄອງປະເພນີຂອງລາວ ແລະ ຜິດຕໍ່ກົດລະບຽບຂອງມໍລະດົກ,

ໂດຍຜູ້ກ່ຽວໄດ້ໄປລັກຖ່າຍຮູບພາບທີໂປເປືອຍອະນາຈານບໍ່ເໝາະສົມໃນສະຖານທີ່ມໍລະດົກໂລກວັດພູຈຳປາສັກໃນຄັ້ງວັນທີ 28 ພຶດສະພາ 2021 ທີ່ຜ່ານມາແລ້ວນຳໄປໂຄສະນາຜ່ານສື່ອອນລາຍຕໍ່ການກະທຳຂອງຜູ້ກຽວອົງການປົກຄອງເມືອງຈຳປາສັກຈີ່ງໄດ້ນຳເອົາຜູ້ກ່ຽວມາສືກສາອົບຮົມເພື່ອໃຫ້ຜູ້ກ່ຽວມີຈິດສຳນືກຮູ້ຜິດຮູ້ຖືກຮູ້ອັນໄດເໜາະສົມບໍເໜາະສົມຄິດກອ່ນຈຶ່ງເຮັດພາຍຫຼັງຜູ້ກ່ຽວໄດ້ຮັບສືກສາອົບຮົບອົງການປົກຄອງເມືອງຈຳປາສັກຈຶ່ງໄດນຳເອົາ ທ້າວ ສົມຄິດ ສິມພະວົງ ມາຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍມີທ່ານ ພອນພິລົມ ພິຈິດ ກຳມະການພັກເມືອງຫົວໜ້າຫ້ອງການຖະແຫຼງຂ່າວ-ວັດ ທະນະທຳ ແລະທ່ອງທ່ຽວເມືອງ ຈຳປາສັກ, ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະດົກໂລກວັດພູຈຳປາສັກ ແລະ ພ້ອມດ້ອຍພະນັກງານ ແລະ ນາຍບ້ານ ພໍ່-ແມ່ ຍາດພິ່ນອ້ງຂອງຜູ້ກ່ຽວເຂົ້າຮວ່ມ.