ຮ້ານ ຄຳເພັນສຸກ ເປີດສາຂາ2

ຂ່າວ: ບຸນນິກ 

    ເພື່ອເປັນການຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມາໃຊ້ບໍລິການໃຫ້ທົ່ວເຖິງ ແລະບໍລິການສະດວກໃນທ້າຍອາທິດຜ່ານມາ ຮ້ານຄຳເພັນສຸກ ເປີດສາຂາ2 ຫົວເມືອງໃຕ້ ເມືອງໄກສອນ ພົມວິການ, ເເຂວງສະຫວັນນະເຂດ ( ໃກ້ທາງເຂົ້າຕະຫຼາດສະຫວັນໄຊຂ້າງວິທະຍຸເກົ້າ ) ທ່ານ ວັນໄຊ ສີຊະນະມຸງຄຸນ ເຈົ້າຂອງຮ້ານຄຳເພັນສຸກ, ທ່ານ ນາງ ເພັນສຸກ ສີຊະນະມຸງຄຸນ ພ້ອມດ້ວຍພະນັກງານ ແລະລູກຄ້າເຂົ້າຮ່ວມ.

   ທ່ານ ນາງ ເພັນສຸກ ສີຊະນະມຸງຄຸນ ເຈົ້າຂອງຮ້ານຄຳເພັນສຸກໃຫ້ຮູ້ວ່າ: ຮ້ານຄຳເພັນສຸກເລິ່ມເປີດຂາຍບໍລິການມາເເຕ່ປີ 1991 ເປັນເວລາມາ 30 ປີ ທາງຮ້ານ ມີການຂາຍບໍລິການຄຳຮູບປະພັນ 99,99% ແລະຄຳເເທ່ງ 99,99%, ຄຳອີຕາລີ, ຄຳຟຮັ່ງ 18k, ເຄື່ອງ ເງິນເເທ້ ຮູບປະພັນທຸກສະນິດ, ເພັດພອຍ, ໄຂ່ມຸກ, ເຄື່ອງຫຍົກ, ຫິນຫຍົກ, ໂອເງິນ, ຂັນເງີນ.

    ສຳລັບຮ້ານຄຳເພັນສຸກມີຈຸດເດັ່ນຄືຂາຍຄຳຄຸນນະພາບຕາມມາດຕະຖານຊື່ສັດຕໍ່ລູກຄ້າບໍລິການເປັນກັນເອງມີຫຼາກຫຼາຍເເບບຫຼາຍລາຍຫຼາຍລາຄາໃຫ້ລູກຄ້າເລືອກ, ຮ້ານຈະຕົບເເຕ່ງເເບບທັນສະໄຫມຫຼູຫຼາບໍລິການເທົ່າທຽມກັນໝົດທຸກຄົນ.

   ປະຈຸບັນມີ 2 ສາຂາ: ສາຂາ 1 ຕັ້ງຢູ່ຊັ້ນ 2 ຕະຫຼາດສະຫວັນໄຊ ເມືອງໄກສອນພົມວິຫານ ເເຂວງສະຫວັນນະເຂດ, ສາຂາ 2: ຫົວເມືອງໃຕ້, ເມືອງໄກສອນ ພົມວິ ການ, ແຂວງສະຫວັນນະເຂດ (ໃກ້ທາງເຂົ້າຕະຫຼາດສະຫວັນໄຊຂ້າງວິທະຍຸເກົ້າ) ຮ້ານຄຳເພັນສຸກ ຮ້ານເປີດ 8 ໂມງ-5 ໂມງ ທຸກມື້ 55457799, 041212074.