ຜູ້ອາຍຸສູງຄວນຮູ້ ກ່ອນຝຶກໂຍຄະ

  ການອອກກຳລັງກາຍດ້ວຍໂຍຄະທີ່ເປັນການເຊື່ອມໂຍງລະຫວ່າງຮ່າງກາຍ, ອາລົມ ແລະສະມາທິບໍ່ໄດ້ຮັບຄວາມນິຍົມຈາກກຸ່ມຂອງຄົນເຮັດວຽກແຕ່ໃນອາ ຍຸສູງກໍ່ໄດ້ຮັບຄວາມນິຍົມເຊັ່ນກັນເພາະຖືວ່າເປັນການອອກກຳລັງກາຍທີ່ມີຄວາມປອດໄພແຕ່ກ່ອນທີ່ຜູ້ອາຍຸສູງຈະເຮັດການຝຶກໂຍຄະຄວນຮູ້ຄວນກ່ອນໂຍ ຄະ:

  1. ປຶກສາແພດກ່ອນຫຼິ້ນໂຍຄະ: ເພາະແພດຈະຮູ້ດີວ່າການອອກກຳລັງກາຍໃນຮູບແບບໃດທີ່ເໝາະສົມຕໍ່ຄົນເຈັບປ່ວຍຂອງຕົນເອງບໍ່ຄວນຮີບອອກກຳລັງກາຍໂດຍບໍ່ປຶກສາແພດບໍ່ເຊັ່ນນັ້ນອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບ ແລະຊີວິດໄດ້.
  2. ເຮັດຢ່າງສະໝ່ຳສະເໝີ: ໂດຍອາທິດລະປະມານ 3–5 ມື້ ເພື່ອເປັນການເພີ່ມຄວາມຫົດຢືດກ້າມຊີ້ນເພີ່ມຄວາມຄ່ອງຕົວ ແລະເຮັດໃຫ້ສຸຂະພາບມີຄວາມແຂງແຮງ.
  3. ຄູຜູ້: ເພາະຈະຊ່ວຍໃຫ້ຄຳແນະນຳທີ່ຖືກຕ້ອງ ແລະຈັດທ່າທາງທີ່ເໝາະສົມຕໍ່ຜູ້ອາຍຸສູງເພື່ອປ້ອງກັນອາການບາດເຈັບຕ່າງໆ.
  4. ເລືອກທ່າທີ່ເໝາະສົມ: ບໍ່ຄວນເລືອກທ່າທີ່ຍາກເກີນໄປ ຫຼື ສ່ຽງອັນຕະລາຍຫຼາຍຈົນເກີນໄປເພາະອາດຈະສົ່ງຜົນກະທົບໃນເລື່ອງຂອງກະດູກ ແລະຂໍ້ຕໍ່ຕ່າງໆ ໂດຍໃຫ້ເລືອກທ່າທີ່ສາມາດເຊື່ອມໂຍງລະຫວ່າງຮ່າງກາຍກັບສະມາທິໄດ້ເປັນຢ່າງດີ.
  5. ເມື່ອຍຕ້ອງພັກ: ບໍ່ຄວນຝືນເຮັດຕໍ່ໄປເດັດຂາດບໍ່ເຊັ່ນນັ້ນອາດເກີດບັນຫາໃຫຍ່ໄດ້ເພາະພະຍາດຂອງຜູ້ອາຍຸສູງບາງພະຍາດອາດຈະເກີດຂຶ້ນໃນລະຫວ່າງການອອກກຳລັງກາຍໄດ້ສະເໝີ.

-----

 

ຮຽບຮຽງໂດຍ: ຟ້າ