ສູນກາງສະຫະພັນແມ່ຍິງລາວ ຫວນຄືນມູນເຊື້ອ 8 ມີນາ

  ວັນແມ່ຍິງສາກົນ (8 ມີນາ 1910-8 ມີນາ 2019) ຄົບຮອບ 109 ປີ ເປັນເຫດການປະຫວັດສາດກ່ຽວກັບແມ່ຍິງທີ່ເກັ່ງກ້າຍອມເສຍສະຫຼະຊີວິດເລືອດ ເນື້ອຂອງຕົນເອງ,ເພື່ອທວງເອົາສິດທິຜົນປະໂຫຍດອັບຊອບທຳຂອງຊົນຊັ້ນກຳມະກອນ,ໂດຍໃນວັນທີ 7 ມີນາ ທີ່ສູນອົບຮົມແມ່ຍິງລາວ,ຄະນະບໍລິຫານສູນ ກາງສະຫະພັນແມ່ຍິງລາວໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນເພື່ອລະນຶກເຖິງປະຫວັດແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ.

  ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງວັນທີ 8 ມີນາ ໂດຍ ສະເພາະແມ່ນປະຫວັດແຫ່ງການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການເອື້ອຍນ້ອງແມ່ຍິງພວກເຮົາຊຶ່ງເຫດການປະຫວັດສາດກ່ຽວກັບແມ່ຍິງທີ່ເກັ່ງກ້າຍອມເສຍສະ ຫຼະຊິວິດເລືອດເນື້ອຂອງຕົນເອງ, ເພື່ອ ທວງເອົາສິດທິຜົນປະໂຫຍດອັບຊອບ ທຳຂອງຊົນຊັ້ນກຳມະກອນເວົ້າສະເພາະຂອງແມ່ຍິງ ແລະເດັກນ້ອຍ. ວັນທີ 8 ມີ ນາ ໄດ້ກຳເນີດຂຶ້ນຍ້ອນແມ່ຍິງຖືກກົດຂີ່ ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູໝິ່ນປະໝາດ, ຖືເປັນສິນຄ້າເປັນ ເຄື່ອງຫຼິ້ນ, ຖືກເຕະຕີ, ຖືກຂົ່ມຂືນທຳສຳເລົາ ແລະຖືກໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ.

  ຍ້ອນແນວນັ້ນກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ,ໃນວັນທີ 8 ມີນາ 1899 ຊາວກຳມະກອນເພດຍິງຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບຈຶ່ງໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະຄັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແລະສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາບການປະທ້ວງຂອງເຂົາເຈົ້າຄັ້ງນີ້ຖືກຕຳຫຼວດຈັບກຸມຈຳນວນໜຶ່ງ. ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກຢຸດເຊົາການຂູດຮີດແຮງງານເດັກ ແລະທວງໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງ ແລະການຮັບສະໝັກເລືອກຕັ້ງພາຍໃຕ້ຄຳຂັວນ “ເຂົ້າຈີ່ແລະດອກໄມ້”, ເຂົ້າຈີ່ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດດີຂຶ້ນ.

   ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນຢູທີ່ໂກເປນຮາກນະຄອນຫຼວງຂອງປະເທດເດນມາກມີຜູ້ແທນຮ້ອຍກ່ວາຄົນຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມໄດ້ຕົກລົງ ແລະຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ. ນັບແຕ່ນັ້ນມາທຸກໆປີໃນ ໂອ ກາດວັນທີ 8 ມີນາ ແມ່ຍິງແຕ່ລະ ປະເທດໃນທົ່ວໂລກ ຈຶ່ງໄດ້ພ້ອມກັນທົບ ທວນການຈັດຕັ້ງ-ພັດທະນາແມ່ຍິງ. ສຳລັບ ສປປ ລາວ ການນຳພັກ-ລັດ ໄດ້ເອົາໃຈໃສ່ຕໍ່ການພັດທະນາແມ່ຍິງລາວໄດ້ສ້າງຕັ້ງສູນກາງສະຫະພັນແມ່ຍິງລາວໃນວັນທີ 20 ກໍລະກົດ 1955 ເພື່ອເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະເດັກນ້ອຍ; ນັບແຕ່ປີ 1992 ເປັນຕົ້ນມາເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໃນການຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາສົນທິສັນຍາກ່ຽວກັບແມ່ຍິງ ແລະ ເດັກນ້ອຍທີ່ປະເທດເຂົ້າຮ່ວມເປັນພາຄີໄດ້ມີແຜນພັດທະນາແມ່ຍິງລາວ, ແຜນດຳເນີນງານແຫ່ງຊາດເພື່ອສົ່ງເສີມ ຄວາມກ້າວໜ້າ ແລະພັດທະນາແມ່ ແລະ  ເດັກໃນແຕ່ລະໄລຍະ, ມີຍຸດທະສາດ 2025, ມີວິໄສທັດ 2030 ທີ່ໄດ້ຮັບຮອງຈາກລັດຖະບານຜ່ານສະພາແຫ່ງ ຊາດ ແລະໃຫ້ທຸກພາກສ່ວນໃນທຸກຂົງເຂດໄດ້ເອົາໃຈໃສ່ໃນວຽກງານຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ພັດທະນາແມ່-ເດັກ ຕະຫຼອດມາພາຍໃຕ້ກົດໝາຍ-ນິຕິກຳ ພົວພັນເຖິງແມ່ຍິງ ແລະດັກນ້ອຍ. ນອກນັ້ນ, ຍັງມີນະໂຍບາຍການພົວພັນຮ່ວມມືກັບຕ່າງປະເທດຢ່າງມີຫຼັກການຂອງພັກ ແລະພວມໄດ້ຮັບການເສີມຂະຫຍາຍເພິ່ມຂຶ້ນຢ່າງມີປະສິດທິຜົນດີຂຶ້ນເລື້ອຍໆ.

  ໃນແຕ່ລະປີອົງການສະຫະປະຊາຊາດເພື່ອແມ່ຍິງ (UN WOMEN) ໄດ້ກຳນົດຄຳຂວັນເພື່ອເຮັດໃຫ້ຂະບວນການແມ່ຍິງໄດ້ພ້ອມກັນສູ້ຊົນໄປພ້ອມກັນເພື່ອບໍ່ປະໃຫ້ຜູ້ໄດຢູ່ເບື້ອງຫຼັງ, ສຳລັບປີ 2019 ແມ່ນພາຍໃຕ້ຄຳຂວັນ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງເພື່ອການປ່ຽນແປງ”.

ຂ່າວ: ນສພ ເສດຖະກິດ-ສັງຄົມ