89 ຄອບຄົວເຂົ້າເຖິງແຫຼ່ງທຶນ ທນບ

  ວັນທີ 20 ກໍລະກົດ 2021 ທີ່ບ້ານໂພນສະຫວ່າງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີເຊັນສັນຍາມອບຮັບຍອດສິນເຊື່ອຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະກອງທຶນຂັ້ນບ້ານ ຫຼື ອກສກ ໃຫ້ແກ່ບ້ານໂພນສະຫວ່າງ ໂດຍ ພາຍໄຕ້ການເປັນປະທານ ຂອງທ່ານ ສົມນຶກ ອິນທະພົມ ຮອງເຈົ້າເມືອງເມິງຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ, ມີບັນດາທ່ານ ຄະນະທີ່ມງານຈາກທະນາຄານນະໂຍບາຍສາຂາຫຼວງນໍ້າທາ, ທະນາຄານນະໂຍບາຍໜ່ວຍບໍລິການເມືອງເມິງ

ຕະຫຼອດຮອດອົງການຈັດຕັ້ງບ້ານ ແລະຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີທ່ານ ຄໍາໄຊ ພົມມະສັກ ຫົວໜ້າທະນາຄານນະໂຍບາຍໜ່ວຍບໍລິການເມືອງເມິງ ໄດ້ຂຶ້ນຜ່ານເອກະສານສັນຍາມອບຮັບຍອດສິນເຊື່ອບ້ານໂພນສະ ຫວ່າງຜ່ານອົງການຈັດຕັ້ງການເມືອງ-ສັງຄົມແລະກອງທືນຂັ້ນບ້ານ ຫຼື ອກສກ ຊຶ່ງມາຮອດທ້າຍເດືອນ 6 ປີ 2021 ບ້ານໂພນສະຫວ່າງມີຍອດສີນເຊື່ອທັງ ໝົດ 1.583 ລ້ານກວ່າກີບ, ລວມມີ 23 ກຸ່ມ, ມີ 1 ລາຍບຸກຄົນ, ມີຄອບຄົວເຂົ້າເຖິງແຫຼ່ງທຶນຈໍານວນ 89 ຄອບຄົວ ເທົ່າກັບ 69,53% ຂອງຈໍານວນ ຄອບຄົວທັງໝົດ 128 ຄອບຄົວ, ຍອດສີນເຊື່ອບ້ວງເກົ່າມີ 1,58 ຕື້ກີບ, ໄລຍະກາງມີ 9 ລ້ານກວ່າກີບ, ໄລຍະຍາວ 1,57 ຕື້ກີບໃນນັ້ນໜີ້ຕົ້ນທືນປົກ ກະຕິ 1,43 ຕື້ກີບ, ໜີ້ຕົ້ນທືນບໍ່ເກີດດອກອອກຜົນ NPL 150 ລ້ານກວ່າກີບ, ດອກເບ້ຍຄ້າງຮັບທັງໝົດ 60 ລ້ານກວ່າກີບ ແລະສີນເຊື່ອລາຍກຸ່ມ 60 ລ້ານ ກວ່າກີບ, ເທົ່າກັບ 100% ຂອງລາຍກຸ່ມ ຈາກນັ້ນຄະນະຮັບຜິດຊອບໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 537/ທນບ.ຫຼທ ວ່າດ້ວຍການອະນຸມັດຮັບ ຮອງເອົາບ້ານ (ອກສກ) ແລະຂໍ້ຕົກລົງຂອງທ່ານ ເຈົ້າເມືອງເລກທີ 167/ຈມ.ມມ ວ່າດ້ວຍການອະນຸມັດຮັບຮອງເອົາບ້ານໂພນສະຫວ່າງເປັນບ້ານປະຕິບັດ ລະບຽບສິນເຊື່ອປ່ອຍເງີນກູ້ຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະກອງທຶນຂັ້ນບ້ານຫຼື (ອກສກ) ໃນພິທີຕ່າງໜ້າທະນາຄານນະໂຍບາຍ ແລະອົງການຈັດຕັ້ງບ້ານໄດ້ຂຶ້ນເຊັນສັນຍາ ແລະມອບຮັບຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານຮອງເຈົ້າເມືອງ ແລະອົງການຈັດຕັ້ງບ້ານທຸກຂັ້ນທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນໂອກາດທີ່ໄດ້ເຂົ້າຮ່ວມພິທີດັ່ງກ່າວທ່ານ ສົມນຶກ ອິນທະພົມ ຮອງເຈົ້າເມືອງໆເມິງໄດ້ໂອ້ລົມເນັ້ນໜັກໃຫ້ແກ່ອົງການປົກຄອງບ້ານຄະນະຮັບຜິດຊອບພາຍໃນບ້ານໃຫ້ເອົາໃຈໃສ່ຈັດຕັ່ງປະຕິບັດຕາມຂັ້ນຕອນ, ຕາມລະບຽບຫຼັກການທາງທະນາຄານນະໂຍບາຍວາງອອກຢ່າງເຂັ້ມງວດເປັນຕົ້ນແມ່ນການປ່ອຍເງີນກູ້ຕ້ອງໄດ້ເອົາໃຈໃສ່ເກັບກໍາຂໍ້ມູນເຮັດບົດວິພາກນ້ອຍໃຫ້ລະອຽດກ່ອນທີ່ຈະປ່ອຍເງິນກູ້ໃນແຕ່ລະຄັ້ງບໍ່ວ່າຈະເປັນລາຍບຸກຄົນ ຫຼື ລາຍກຸ່ມເອົາໃຈໃສ່ເກັບຕົ້ນທຶນ ແລະດອກເບ້ຍໃຫ້ທ່ວງທັນກັບເວລາທີ່ກໍານົດໄວ້ເພື່ອແນໃສ່ເຮັດໃຫ້ວຽກງານດັ່ງກ່າວຮັບປະກັນໄດ້ທັງປະລິມານ ແລະຄຸນນະພາບເພື່ອສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານໂພນສະຫວ່າງຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

----

  ຂ່າວ: ອຸນຄໍາາ ຂັນວາລິດ