ຜະລິດແລະຈໍາໜ່າຍນໍ້າມັນງາດໍາສ້າງລາຍຮັບເພີ່ມເຂົ້າຄອບຄົວ

   ຊາວໜູ່ມປະຊາຊົນປະຕິວັດລາວເຄີຍມີມູນເຊື້ອດຸໜັ່ນຂະຫຍັນພຽນໃນການອອກແຮງານ ແລະມີຫົວຄິດປະດີດສ້າງໃນການຄົ້ນຄິດໃນສີ່ງໃໝ່ໆໃຫ້ແກ່ສັງຄົມ; ໂດຍສະເພາະແມ່ນການຜະລິດເປັນສີ້ນຄ້າພາໃຫ້ຄອບຄອບລູດພົ້ນອອກຈາກຄວາມທຸກຍາກເຊັ່ນດຽວກັນກັບທ່ານ ດວງຈັນ ໄຊຍະ ມອນສະມາຊິກຂອງໜ່ວຍຄະນະຊາວໜຸ່ມພະແນກອຸດສາຫະກຳ ແລະການຄ້າແຂວງອຸດົມໄຊໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳ ຂອງພັກ-ລັດເວົ້້າລວມ-ເວົ້້າສະເພາະກໍ່ຄືຂົງເຂດເສດຖະກິດຍາມໃດກໍ່ເອົາໃຈໃສ່ຊຸກຍູ້, ສົ່ງເສີ່ມວຽກງານວິຊາສະເພາະ ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວໃຫ້ເກີດດອກອອກຜົນ, ຊຶ່ງຕົນເອງກໍ່ເປັນສະມາຊິກຜູ້ໜຶ່ງທີ່ຖືກຄັດເລຶອກໃນກົມກອງໃຫ້ເປັນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວເພີ່ມນອກຈາກໂມງລັດຖະການເພາະທັງສອງຜົວ-ເມຍເປັນພະນັກງານລັດອາໄສເງິນເດືອນ, ບາງເດືອນກໍ່ບໍໍ່ທ່ວງທັນກັບລາຍຈ່າຍໃນຄອບຄົວ, ຊຶ່ງເຮັດໃຫ້ຕົນເອງ ແລະຄອບຄົວມີແນວຄິດຢາກຫັນປ່ຽນລິເລີ່ມໃນການສ້າງລາຍຮັບເພີ່ມ.

  ທ່ານ ດວງຈັນ ໄຊຍະມອນ ຍັງໄດ້ໃຫ້ສຳພາດວ່າ: ນອກຈາກໂມງການທາງຄອບຄົວຍັງໄດ້ເຮັດທຸລະກິດເສີ່ມມີ 2 ກິດຈະກຳຄື: ຜະລິດຕະພັນນໍ້າມັນງາດຳ ແລະສອນພາສາອັງກິດ, ປະຫວັດຄວາມເປັນມາ ແລະແຮງຈູງໃຈທີ່ເຮັດໃຫ້ຢາກຜະລິດນໍ້າມັນງ່າດຳ, ເນື່ອງຈາກວ່າແຕ່ກ່ອນຂ້າພະເຈົ້້າໄດ້ເຮັດວຽກນໍາໂຄງ ການພັດທະນາຊົນນະບົດ ແລະແກ້ໄຂ້ຄວາມທຸກຍາກໃຫ້ແກ້ປະຊາຊົນພາຍຫຼັງຢຸດເຊົ່າການປູກຝິ່ນແຕ່ປີ 2007 -2011 ໂຄງການໄດ້ສີ້ນສຸດ, ກິດຈຳກຳດັ່ງກ້າວແມ່ນຖືກໂອນມອບໃຫ້ພະແນກອຸດສາຫາກຳ ແລະການຄ້າ, ຢູ່ໃນພະແນກອຸດສາຫາກຳການຄ້າກໍ່ຍັງມີສູນພັດທະນາສົ່ງເສີ່ມຜະລິດຕະພັນ ແລະສົ່ງເສີ່ມການຕະຫຼາດທີ່ຮັບຜິດຊອບກິດຈະກຳຂອງໂຄງການທັງໝົດທີ່ໄດ້ສົ່ງເສີ່ມ 2 ເມືອງຜ່ານມາ, ໜຶ່ງໃນນັ້ນມີກິດຈຳກຳນໍ້າມັນງາດຳຫຼັງຈາກໂຄງການໝົດພວກເຮົາໄດ້ສືບຕໍ່ເນື່ອງຈາກວ່າປະຊາຊົນເພິ່ນບໍຢາກຂາຍເປັນຜະລິດຕະພັນເພາະມີຫຍຸ້ງຍາກໃນການຜະລິດມີຫຼາຍຂັ້ນຕອນ ແລະກໍ່ຂາດປັດໄຈການສົ່ງເສີ່ມຈາກໂຄງການຈຶ່ງຢາກຂາຍເປັນວັດຖຸດິບເລີຍ, ສະນັ້ນທາງຄອບຄົວເຮົາກໍ່ເລີຍເຫັນທ່າແຮງເພາະວ່າໝາກງ່າດໍາມັນເປັນສະໝຸນໄພຢາພື້ນເມືອງປິ່ນປົວຄົນເຈັບມີຊັບພະຄຸນໃນການບຳລຸງຮ່າງກາຍປ້ອງກັນກະດູກຜຸຜຸ່ຍ, ບັນເທົາອາການເຈັບຂໍ່, ເຂົ່າເຊື່ອມ, ຊາຕີນ-ມື, ບັນເທົາອາການເຈັບເສັ້ນ ແລະບັນເທົາອາການອັກເສບອະໄວຍະວະພາຍໃນຮ່າງກາຍ, ທາງຄອບຄົວຈີ່ງໄດ້ປຶກສາຫາລືກັນ ແລະຕັດສີນໃຈຊື້ເຄື່ອງຈັກໃໝ່ທີ່ທັນສະໄໝກວ່າເກົ່າມັນໄວ ແລະໄດ້ປະລິ ມານຫຼາຍ, ປະຢັດວັດຖູດີບສ່ວນພາກປະຊາຊົນພວກເຮົາກໍ່ມີແຕ່ແຕ່ສົ່ງເສີ່ມໃຫ້ເຂົ້້າເຈົ້າປູກ, ສະໜອງແນວພັນໃຫ້ ແລະກໍ່ເກັບຊື້ວັດຖຸດິບກັບເຂົ້າເຈົ້າຄືນໂດຍມີການເຮັດບົດບັນທຶກສັນຍາທີ່ເປັນລະບົບ, ເລີ່ມແຕ່ປີ 2018 ຈົນຮອດປະຈຸບັນກໍ່ເຫັນວ່າມີການຕອບຮັບຈາກລູກຄ້າໃນການຊົມໃຊ້ຜະລິດຕະພັນນໍ້າມັນງາດຳຫຼາຍພໍສົມຄວນ, ນອກຈາກລູກຄ້າທີ່ໃຊ້ດີແລ້ວເພິ່ນກໍ່ຍັງເປັນຕົວແທນໃນການໂຄສະນາຂາຍຜະລິດຕະພັນຂອງພວກເຮົານຳອີກ.

  ບັນຫາຂອງພວກເຮົາກໍ່ຄືການສະໜອງວັດຖຸດິບກໍ່ຍັງບໍ່ທັນພຽງພໍ, ເນື່ອງຈາກວ່າທຶນກໍ່ບໍ່ຫຼາຍລົງທຶນໜ້ອຍສົ່ງເສີ່ມໜ້ອຍແຕ່ຄວາມຕ້ອງການຂອງຕະ ຫຼາດສູງຂຶ້ນ, ທາງຄອບຄົວກໍ່ເລີຍຕັດສີນໃຈຂະຫຍາຍກິດຈະການດັ່ງກ່າວອອກອີກຄືໄປກູ້ເງິນທະນາຄານຈຳນວນໜຶ່ງເພື່ອມາຊື້ເຄື່ອງຈັກ ແລະຕັ້ງເຮືອນຜະ ລິດແບບຄອບຄົວເພີ່ມອີກ, ຜະລິດຕະພັນຂອງພວກເຮົາໄດ້ໄປວາງສະແດງຢູ່ສູນພັດທະນາຜະລິດຕະພັນ ແລະສູນສົ່ງເສີ່ມການຕະຫຼາດຂອງພະແນກການຄ້າ, ໄປວາງຂາຍຢູ່ມີນີມາກ ແລະຊຸບເປີມາເກັດເຫັນວ່າການຕອບຮັບຈາກລູກຄ້າຫຼາຍພໍສົມຄວນ, ໃນທີ່ສຸດຈຶ່ງເຮັດໃຫ້ຄອບຄົວປະສົບຜົນສຳເລັດມາຮອດທຸກວັນນີ້, ຕົ້ນທຶນແມ່ນຈະໃຊ້ໃນການສະໜອງແນວພັນ, ເກັບຊື້ແນວພັນຄືນ ແລະອຸປະກອນທີຈຳເປັນຈຳນວນໜຶ່ງ, ໃນແຕ່ລະປີຈະລົງທຶນປະມານ 160 ລ້ານກີບ.

  ຜ່ານການສ້າງເສດຖະກິດຄອບຄົວໃນໄລຍະ 3 ປີຜ່ານມານີ້້, ເຫັນວ່າຊີວິດການເປັນຢູ່ໄດ້ຮັບການພັດທະນາດີຂຶ້ນປະຈຸບັນສາມາດສ້າງເຮືອນຜະລິດ ແລະຈໍາ ນ່າຍຜະລິດຕະພັນນນໍ້າງາດຳໄດ້ 1 ຫຼັງ, ການຜະລິດນໍ້າມັນງາບາງ ຄັ້ງກໍຍັງບໍ່ທວ່ງທັນກັບຄວາມຕ້ອງການຂອງລູກຄ້າ, ເນື່ອງຈາກວ່າທັງສອງຜົວ-ເມຍແມ່ນພະນັກງານອາໄສແຕ່ໂມງເລີກການໃນການເຮັດກິດຈະກຳດັ່ງກ່າວ, ຈຶ່ງບໍ່ໄດ້ເຕັມສ່ວນ, ການເກັບກູ້ຜົນຜະລິດ (ໜາກງາດຳ) ປີໜຶ່ງຈະເກັບກູ້ເທື່ອ ໜຶ່ງ, ໝາກງ່າປະມານ 5-7 ກິໂລ ຈະຜະລິດໄດ້ 1 ລິດ ໃນລາ ຄາສົ່ງ 1,4 ແສນກິີບ ແລະລາຄາຂາຍ 1,8 ແສນກີບ, ລູກຄ້າສ່ວນໃຫ່ຍແມ່ນພາຍໃນແຂວງ ແລະຕ່າງແຂວງ.                                          

  ທັງໝົດນັ້ນກໍ່ຍ້ອນຄວາມດຸໝັ້ນອົດທົນບອກກັບຄວາມສາມັກຄີຂອງສະມະຊິກຢູ່ພາຍໃນຄອບຄົວ ແລະການຕັດສິນໃຈລອງຜິດລອງຖືກບໍ່ທໍ້ຖ້ອຍກັບບັນ ຫາອຸປະສັກທີ່ພົບພໍ້ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການພັດທະນາດີຂຶ້ນໃນແຕ່ລະປີມີລາຍຮັບຈາກການຜະລິດ 180 ລ້ານກີບ ຫັກຕົົ້ນທຶນອອກມີກໍາໄລ່ ແລະສີ່ງທີ່ພູມໃຈ ແລະປະທັບໃຈທີ່ສຸດກໍ່ແມ່ນຄວາມກ້າຫານ, ຄວາມຕັ້ງໃຈບຸກບືນສູ້ຊົນ, ເພາະການສ້າງລາຍຮັບເພີ່ມຈະເປັນອາຊີບໃດກໍ່ຕາມຖ້າເປັນອາຊີບທີ່ບໍລິສຸດຖືກຕ້ອງຕາມລະບຽບກົດໝາຍຂອງພັກ-ລັດວາງອອກ, ມີຄວາມຊືສັດ, ປະຢັດ, ອົດທົນກໍ່ຈະພາທຸກຄົນປະສົບຜົນສໍາເລັດ ແລະສາມາດຫຼຸດຜົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

  ດັ່ງນັ້ນ: ຄອບຄົວຂ້າພະເຈົ້້າສົມທົບທຶນເງິນເດືອນ ແລະເງິນທີ່ໄດ້ຈາກການສ້າງເສດຖະກິດຄອບຄົວໃນ 3 ປີຜ່ານສາມາດສ້າງເຮືອນຜະລິດນໍ້າມັນງາ 1 ຫຼັງ ພ້ວມນັັ້ນຍັງໄດຈັດຊື້ເຄື່ອງຈັກທີ່ທັນສະໄໝອີກ 1 ເຄື່ອງ, ມີເງິນເກັບໄວ້ຈຳນວນໜຶ່ງເພື່ອເປັນທຶນການສຶກສາໃຫ້ລູກ, ແຮໄວ້ໃນເວລາເຈັບເປັນ.

  ໃນຕໍ່ໜ້າເພື່ອເປັນການຂະຫຍາຍກິດຈະກຳນໍ້າມັນງາໃຫ້ເຕີບໃຫ່ຍຂຶ້ນໃນອະນາຄົດພວກເຮົາມີແຜນສົ່ງເສີ່ມ, ປັບປູງ ແລະພັດທະນາດັ່ງນີ້: ປັບປຸງລະບົບຕ້ອງໂຊ້ການສະໜອງວັດຖຸດິບໃຫ້ພຽງພໍກັບຄວາມສາມາດໃນການຜະລິດ ແລະຄວາມຕ້ອງການຂອງລູກຄ້າ, ປັບປຸງລະບົບ ແລະຕ້ອງໂສ້ການຜະລິດໃຫ້ໄດ້ມາດຕະຖານສາກົນເຊັນມາດຖານ GMP,GSP ເພື່ອເພີ່ມຄວາມໝັ້ນໃຈຂອງລູກຄ້າ ແລະຮອງຮັບການສົ່ງອອກໃນອານາຄົດ, ປັບປຸ່ງການບັນຈຸຫຸ້ມຫໍ່ຜະ ລິດຕະພັນໃຫ້ໄດ້ມາດຕະຖານຂອງ ອຢ, ໃຫ້ມີຜະລິດຕະພັນຂາຍຫຼາຍຊະນິດ, ຫຼາຍຂະໜາດ, ຫຼາກຫຼາຍສີສັນຕາມຄວາມຕ້ອງການຂອງລູກຄ້າ, ສົ່ງເສີ່ມການຕະຫຼາດທາງອອນລາຍໃຫ້ຫຼາຍຂຶ້ນເພື່ອໃຫ້ເຂົ້າເຖິງລູກຄ້າໃນຫຼາຍຊ່ອງທາງ, ປັບປຸງລະບົບການບໍລິຫານທູລະກິດໃຫ້ເປັນມືອາຊີບ.

  ຕອນທ້າຍ ທ່ານ ດວງຈັນ ໄຊຍະມອນ ຍັງໄດ້ຝາກຂໍ້ຄິດດີໆ ໃຫ້ພໍ່່ແມ່ປະຊາຊົນກໍ່ຄືເພື່ອນຊາວໜຸ່ມບັນດາເຜົ່າທີ່ຕ້ອງການຢາກສ້າງອາຊີບເສີ່ມເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວກໍ່ສາມາດເຂົ້າມາແລກປ່ຽນບົດຮຽນເບິ່ງສະຖານທີ່ການຜະລິດ ແລະຈຳນໜ່າຍຂອງເພິ່ນໄດ້ທີ່ບ້ານພູຂຽວເມືອງໄຊ ແຂວງອຸດົມໄຊ ຫຼື ຈະໂທມາພົວພັນກໍ່ໄດ້ທີເບີ 020 22442202 / 59592264 .

-----

ໂດຍ: ນາງບົວຫອມ ພົມພູມີ