ມັດທະຍົມສຶກສາສົງຕອນຕົ້ນສະຫວັນ ສຳເລັດການສອບເສັງ

  ໃນວັນທີ 20 ກໍລະກົດ 2021 ຢູ່ທີ່ສູນສອບເສັງໂຮງຮຽນ ມ ປາຍສົງ ວັດໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາສົງຕອນຕົ້ນ (ມ4) ປະຈຳສົກຮຽນ 2020-2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງພຣະຫຼັກຄຳສຸວັນນະເຂດຕາທິຄຸນເຖຣາຈານ (ປານ ສຸພັນໂທ) ເຈົ້າຄະນະແຂວງສະຫວັນນະເຂດ,ກໍ່ມີທ່ານ ສີອຸດອນ ທອງສຸວັນ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງ,ທ່ານ ວິໄລສັກ ບຸນມາດາ ຫົວໜ້າຫ້ອງ ການກຳມາທິການສຶກສາສົງສູນກາງ,ມີຫົວໜ້າຫ້ອງການສຶກສາທິການ ແລະກີລານະຄອນ,ມີບັນດາຄະນະກຳມະການຮັບຜິດຊອບການສອບເສັງທີ່ໄດ້ຮັບການແຕ່ງຕັ້ງ, ແຂກຖືກເຊີນພ້ອມດ້ວຍນັກສອບເສັງຢູ່ໃນສູນເຂົ້າຮ່ວມຢ່າງພ້ອມພຽງ.

  ໃນພິທີ, ພຣະອາຈານ ອິນທະປັນຍາສິດທິເດດຫົວໜ້າຫ້ອງການກຳມາທິການສຶກສາສົງແຂວງໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງມີໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນທັງໝົດ 5 ແຫ່ງ, ມີນັກສອບທັງໝົດ 114 ອົງ ແລະໄດ້ຈັດເປັນສູນສອບເສັງ 1 ສູນ, ມີ 6 ຫ້ອງສອບເສັງ, ມີກຳມະການຍາມຫ້ອງສອບ 12 ຄົນ, ຊຶ່ງການສອບເສັງໃນຄັ້ງນີ້ແມ່ນເສັງໃນ 9 ວິຊາ, ວິຊາທາງພຸດທະສາສະໜາມີ 3 ວິຊາຄື: ວິຊາພາສາປາລີ, ວິຊາທັມມະ ແລະວິຊາພຣະວິໄນ; ວິຊາສາມັນສາຍໂລກມີ 6 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ,ຄະນິດສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ສຶກສາພົນລະເມືອງ ແລະວິຊາພາສາອັງກິດການສອບເສັງແມ່ນດຳເນີນໄປເປັນເວລາ 4 ວັນນັບແຕ່ວັນທີ 20-23 ກໍລະກົດ 2021 ຈຶ່ງສຳເລັດ.

  ຈາກນັ້ນພຣະຫຼັກຄຳສຸວັນ ນະເຂດຕາທິຄຸນເຖຣາຈານ ແລະທ່ານ ສີອຸດອນ ທອງສຸວັນ ພ້ອມດ້ວຍຄະນະກຳມະການຮັບຜິດຊອບກໍ່ໄດ້ຮ່ວມກັນເປີດຫົວບົດການສອບ ເສັງຈົບຊັ້ນໃນຄັ້ງນີ້.