5 ອັນຕະລາຍທີ່ເບິ່ງຈໍໂທລະສັບຫຼາຍເກີນໄປ

  ສະໄໝນີ້ມືຖື ຫຼື ສະມາດໂຟນແມ່ນເປັນຫຼາຍກວ່າໂທລະສັບທໍາມະດາທີ່ໃຊ້ພຽງແຕ່ຕິດຕໍ່ສື່ສານກັນເທົ່ານັ້ນເພາະເຮົາສາມາດເສບຂໍ້ມູນຂ່າວສານ, ສື່ບັນ ເທີງ, ເບິ່ງຮູບເງົາ, ຟັງເພງ, ຫຼິ້ນເກມ, ຖ່າຍຮູບ ແລະອື່ນໆອີກຫຼາກຫຼາຍໃນມືຖືໜ່ວຍດຽດຈົນສາມາດເວົ້າໄດ້ວ່າເປັນອາໄວຍະວະໜຶ່ງຂອງມະນຸດໃນສະໄໝນີ້ກໍ່ວ່າໄດ້ແຕ່ການເບິ່ງໜ້າຈໍໃນມືຖືຫາຍຈົນເກີນໄປກໍ່ອາດຈະສົ່ງຜົນເສຍທີ່ຕາມມາໄດ້ ແລະນີ້ແມ່ນ 5 ຜົນເສຍທີ່ຈະເກີດຂຶ້ນກັບສຸຂະພາບຖ້າຫາກທ່ານບໍ່ສົນໃຈຕົນເອງໃນການເບິ່ງຈໍມືຖືຫຼາຍເກີນໄປ.

  • ປວດກ້ານຄໍ.
  • ລົບກວນການນອນຫຼັບ.
  • ອິດເມື່ອຍ ແລະຫງຸດຫງິດງ່າຍ.
  • ສາມາທິສັ້ນ.
  • ວິນຫົວ ແລະນິ້ວບັອກ.

----

ຮຽບຮຽງໂດຍ: ຟ້າ