ເມືອງປາກທາ ລວມຍອດຜະລິດຕະພັນພາຍໃນບັນລຸ 105 ຕື້ກວ່າກີບ

 ໃນວັນທີ 21 ກໍລະກົດ 2021ທີ່ສະໂມສອນຂອງເມືອງປາທາແຂວງບໍ່ແກ້ວໄດ້ມີກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກທາເປີດກ້ວາງປະຈຳ 6 ເດືອນຕົ້ນປີ ແລະ6 ເດືອນທ້າຍປີຄັ້ງທີ V ສະໄໝທີ VII ປີ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສຸໄລ ດວງຜາຄຳ ເລຂາພັກເມືອງເຈົ້າເມືອງປາກທາ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານການເມືອງ ແລະຄະນະຮັບຜິດຊອບເຂົ້າຮ່ວມ.

  ກອງປະຊຸມກໍ່ໄດ້ຮັບຟັງການລາຍງານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2021 ຊຶ່ງໄລຍະຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານດ້ວຍຄວາມເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງເຮັດໃຫ້ມີຜົນສຳເລັດຕາມແຜນການຄາດໝາຍທີ່ວາງໄວໃນແຕ່ລະຂົງເຂດວຽກງານ, ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ, ໄດ້ເພີ່ມທະວີການຊີ້ນຳໆພາເດັດຂາດໂດຍກົງຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຮັກສາໄດ້ສະຖຽນລະພາບທາງດ້ານເມືອງຢ່າງໜັກແໜ້ນ, ໂດຍລວມຍອດຜະລິດຕະພັນພາຍໃນໄດ້ 105 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 51% ເສດຖະກິດຂະຫຍາຍຕົວໃນລະດັບ 3,72% ໃນນີ້ດ້ານກະສິກຳປ່າໄມ້ 67,36 ຕື້ກີບ ຂະຫຍາຍ ຕົວ 3,63%, ກວມ 63,84%, ດ້ານອຸດສາຫະກໍາ 10,15 ຕື້ກີບ ຂະຫຍາຍຕົວ 3,62%, ກວມ 9,63%, ດ້ານບໍລິການ 27,99 ຕື້ກີບ ຂະຫຍາຍຕົວ 3,80%,ກວມ  26,53%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 604 ໂດລາ ຕໍ່ຄົນ, ເທົ່າກັບ 4,88 ລ້ານກີບ.

  ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນຢ່າງກົງໄປ-ກົງມາໃສ່ ຮ່າງບົດສະຫຼຸບໂດຍຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບາງບົດຮຽນທີ່ຖອດຖອນໄດ້ ແລະພ້ອມກັນນັ້ນກໍ່ໄດ້ສະເໜີທິດທາງແຜນການ, ມາດຕະການ, ວິທີແກ້ໄຂໃນຕໍ່ໜ້າຢ່າງເປັນແຜນການອັນລະອຽດ ແລະເປັນເອກະພາບ, ອັນໄດ້ເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນເລິກເຊິ່ງເຖິງຖອງ, ທັງສ່ອງແສງໃຫ້ເຫັນເຖິງການເອົາໃຈໃສ່ຊີ້ນຳ-ນຳພາຂອງອົງຄະນະພັກເມືອງ, ອົງການປົກຄອງຂັ້ນຕ່າງໆໃນໄລຍະຜ່ານມາ.

   ຕອນທ້າຍກອງປະຊຸມທ່ານ ສຸໄລ ດວງຜາຄຳ ໄດ້ມີຄຳເຫັນໂອ້ ລົມໂດຍໄດ້ເນັ້ນໜັກບາງວຽກງານໃຫ້ຄະນະພັກເອົາໃຈໃສ່ເປັນຕົ້ນຈົ່ງຖືເອົາວຽກງານການເມືອງແນວຄິດເປັນກົກໃນການສຶກສາອົບຮົມການເມືອງແນວຄິດໃຫ້ກັບພະນັກງານທະຫານ, ຕຳຫຼວດ, ພໍ່ແມ່ປາຊາຊົນບັນດາເຜົ່າໃນທົ່ວເມືອງໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກລະບຽບກົດໝາຍຂອງລັດ, ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕາມ 8 ແຜນວຽກໃຫ້ໄດ້ຢ່າງເລິກເຊິ່ງ, ພ້ອມນັ້ນກໍ່ຕ້ອງພ້ອມກັນປົກປັກຮັກຜືນແຜ່ນດິນຄວາມເປັນລະບຽບຮຽບຮອຍລຽບຕາມຊາຍແດນຂອບເຂດຄວາມຮັບຜິດຊອບໃຫ້ມີຄວາມສະຫງົບສຸກໂດຍພື້ນຖານຢ່າງໜັກແໜ້ນ, ຊຸກຍູ້ການປູກ-ການລ້ຽງເພື່ອສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຊຸກຍູ້ບັນດາຂະແໜງການຂຸດຄົ້ນລາຍຮັບເຂົ້າງົບປະມານ ແລະໃຫ້ບັນລຸຕາມແຜນການທີ່ກຳນົດໄວ້, ສຸມກຳລັງການຊີ້ນຳການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ຕິດພັນກັບພັດທະນາທາງດ້ານວັດທະນະທຳ-ສັງຄົມໃນການຍົກສູງຄຸນນະພາບການສືກສາ, ສາທາລະນະສຸກ ແລະສົ່ງເສີມຮີດຄອງປະເພນີບັນດາເຜົ່າ ແລະພ້ອມກັນຈັດຕັ້ງປະຕິບັດທິດທາງແຜນການ 6 ເດືອນຕໍ່ໜ້າໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ກຳນົດໄວ້.