ຜູ້ພິພາກສາຄະດີຢ່າຮ້າງແບຣດ-ໂຈລີ່ຖືກຖອນອອກ

   ໃນທີ່ສຸດສິ່ງທີ່ນາງເອກ ແອງເຈລິນ່າ ໂຈລີ່ ຮຽກຮ້ອງກໍ່ກາຍເປັນຄວາມຈິງເມື່ອຜູ້ພິພາກສາ ຈອນ ອໍເດີເຄິກ ຖືກຖອດຖອນອອກຈາກການພິພາກສາຄະດີຢ່າຂອງລາວກັບ ແບຣດພິດ ຫຼັງຈາກສານອຸທອນແຄລິຟໍເນຍພິຈາລະນາແລ້ວວ່າ ຈອນ ມີຜົນປະໂຫຍດຮ່ວມກັບແບຣດ ຈິງຕາມທີ່ໂຈລີ່ ຮຽກຮ້ອງ ແລະເຮັດໃຫ້ຄະດີຢ່າຮ້າງຄົນດັງກັບມາເລີ່ມຕົ້ນພ້ອມກັບຜູ້ພິພາກສາຄົນໃໝ່.

  ກ່ອນໜ້ານີ້ຈອນຫາກໍ່ຕັດສິນໃຫ້ແບຣດ ມີອຳນາດປົກຄອງລູກຮ່ວມກັບ ໂຈລີ່ ຊຶ່ງຂັດກັບເຈຕະນາຂອງນາງເອກຊຸບຕາທີ່່ຕ້ອງການໄດ້ສິດປົກຄອງລູກທັງ 6 ຄົນ ແຕ່ພຽງຜູ້ດຽວທັນທີທີ່ຈອນຖືກຖອດຖອນແບຣດ ກໍ່ສົ່ງຕົວແທນມາຊີ້ແຈງວ່າ ຄຳພິພາກສາຂອງ ຈອນ ເປັນໄປຕາມຫຼັກຖານຂອງພະຍານເພື່ອຜົນປະໂຫຍດສູງສຸດຂອງເດັກນ້ອຍຢ່າງແທ້ຈິງ, ຈອນ ເປັນຜູ້ພິພາກສາທີ່ແບຣດ-ໂຈລີ່ ຈ້າງມາເພື່ອພິຈາລະນາຄະດີຢ່າຮ້າງຂອງທັງສອງຕັ້ງແຕ່ປີ 2016.

 ----

ໜັງສືພິມ ເສດຖະກິດ-ສັງຄົມ