ໄຊບູລີ ເສດຖະກິດຂະຫຍາຍຕົວສະເລ່ຍ 6,10%

  ໃນວັນທີ 22 ກໍລະກົດ 2021 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ VII ຂອງອົງຄະນະບໍລິຫານງານພັກເມືອງໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ເລຂາພັກເມືອງ ເຈົ້າເມືອງໄຊບູລີ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາພັກຮາກຖານ, ເລຂາພັກບ້ານນາຍບ້ານ 54 ບ້ານໃນທົ່ວເມືອງເຂົ້າຮ່ວມ.

   ທ່ານ ອ່ອນລໍາພັນ ບົວສີແກ້ວເລຂາພັກເມືອງ ເຈົ້າເມືອງໄຊບູລີ, ກໍ່ໄດ້ກ່າວເປີດກອງປະຊຸມພ້ອມທັງໃຫ້ຄໍາເຫັນວ່າ: ກອງປະຊຸມອົງຄະນະພັກເມືອງໃນຄັ້ງນີ້ຈະໄດ້ພ້ອມກັນສຸມສະຕິປັນຍາ, ຄົ້ນ ຄວ້າປຶກສາຫາລື ແລະໃຫ້ທິດຊີ້ນຳໃນວຽກງານຕ່າງໆ, ຂອງເມືອງເປັນຕົ້ນແມ່ນສະຫຼຸບຕີລາຄາການນໍາພາຊີ້ນຳຂອງຄະນະບໍລິຫານງານພັກເມືອງ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນ ທ້າຍປີ 2021; ສະຫຼຸບຕີລາຄາແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍ ປີ 2021, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2021, ລົງເລິກການບຸກທະລຸເບື້ອງຕົ້ນໃນການຫັນການຈັດເກັບລາຍຮັບແບບທັນສະໄໝ, ເຜີຍແຜ່ມະຕິກົມການເມືອງສູນ ກາງພັກເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີວຽກງານວັດທະນະທໍາໄລຍະໃໝ່, ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ໃນຮອບ 2, ລາຍງານການສະກັດກັ້ນການຄ້າຂາຍເຖື່ອນ ແລະການລັກລອບເຂົ້າເມືອງຕາມຊາຍແດນໃນໄລຍະການລະບາດຂອງພະຍາດໂຄວິດ -19, ຊຸກຍູ້ການຜະລິດລະດູຝົນ ປີ 2021 ເພື່ອຄໍ້າປະກັນສະບຽງອາຫານ ແລະການກະກຽມຕ້ານແລ້ງຕ້ານຖ້ວມ, ເພີ່ມທະວີການນໍາພາ-ຊີ້ນໍາວຽກພັກ-ພະນັກງານ, ຕິດຕາມກວດກາ, ສະກັດກັ້ນການສໍ້ລາດບັງຫຼວງ.

  ຈາກນັ້ນກໍ່ໄດ້ຜ່ານບົດຕີລາຄາການຊີ້ນໍາໆພາຮອບດ້ານຂອງຄະນະບໍລິຫານງານພັກເມືອງ 6 ເດືອນຕົ້ນປີ ແລະວາງທິດທາງ 6 ເດືອນທ້າຍປີ 2021, ຊຶ່ງຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະຈັດຕັ້ງບັນດາທິດທາງລວມ ແລະຄາດໝາຍສູ້ຊົນໄດ້ມີຜົນສໍາເລັດຈໍານວນໜຶ່ງ, ໃນ 6 ເດືອນຜ່ານມາພັກແຕ່ລະຂັ້ນ, ໄດ້ພ້ອມກັນຈັດຕັ້ງປະບັດບັນດາວຽກງານຕາມແຜນການທີ່ວາງໄວ້, ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາສະຫງົບເປັນລະບຽບຮຽບຮ້ອຍດີ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ປັບປຸງກົງຈັກການຈັດການຈັດຕັ້ງບໍລິຫານລັດໄປຕາມທິດຂອງຄະນະພັກຂັ້ນເທິງມອບໝາຍໃຫ້, ຍ້ອນແນວນັ້ນໃນ 6 ເດືອນຕົ້ນປີ GDP ເຕີບໂຕສະເລ່ຍໃນລະດັບ 6,10%, ສະເລ່ຍຕໍ່ຫົວຄົນ 12.681.406 ກີບ ເທົ່າ ກັບ 1.378 ໂດລາສາ, ເສດຖະກິດມີທ່າອ່ຽງຕັ້ງໜ້າ, ຖືກຕາມທິດຫັນເປັນອຸດສາຫະກໍາ ແລະທັນສະໄໝເທື່ອລະກ້າວໃນນັ້ນກະສິກໍາເພີ່ມ ຂຶ້ນ 4,88% ກວມ 54,21% ຂອງ GDP, ອຸດສາຫະກໍາເພີ່ມຂຶ້ນ 8,14% ກວມ 36,02% ຂອງ GDP ແລະການບໍລິການເພີ່ມຂຶ້ນ 5,15% ກວມ 9,77% ຂອງ GDP, ທີ່ພົ້ນເດັ່ນກວ່າໝູ່ແມ່ນການຂາຍຢາງພາລາຂອງປະ ຊາຊົນຊາວບ້ານກາຈຸ ແລະການຜະລິດເຂົ້ານາແຊງທີ່ໄດ້ລື່ນແຜນການ, ນອກນີ້ຍັງມີຂະບວນການປູກມັນຕົ້ນຂາຍເປັນສິນຄ້າເຫັນວ່າມີການເພີ່ມຂຶ້ນຢ່າງຫຼວງຫຼາຍ, ເນື່ອງຈາກມີການຄໍ້າປະກັນທາງດ້ານລາຄາຂອງຜູ້ປະກອບການ, ການປູກການລ້ຽງກໍ່ເພີ່ມຂຶ້ນເນື່ອງຈາກຄວາມຕ້ອງການຂອງຕະຫຼາດ.

   ພ້ອມກັນນັ້ນບັນດາໂຄງລ່າງພື້ນຖານກໍ່ໄດ້ຮັບການປັບປຸງໄປເທື່ອລະກ້າວຄຽງຄູ່ກັບການພັດທະນາຂົງເຂດວັດທະນະທໍາສັງຄົມ, ໄດ້ເຜີຍແຜ່ໂຄສະນາສະກັດກັ້ນການແຜ່ລະບາດພະຍາດໂຄວິດ -19 ຢ່າງເປັນປົກກະຕິ ແລະເຄັ່ງຄັດໄດ້ຈັດຕັ້ງໜ່ວຍງານສະເພາະກິດ, ຕິດຕາມກວດກາ, ພ້ອມທັງມີການລາດຕະເວນຕາມຊາຍແດນ ເປັນຕົ້ນແມ່ນການເຝົ້າລະວັງການເຂົ້າ-ອອກເມືອງທີ່ຜິດກົດໝາຍເພື່ອຕ້ານ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.