ນັກສຶກສາສົງສາມັນຕອນຕົ້ນ ເມືອງສິງ ສຳເລັດການສອບເສັງ

  ເມື່ອບໍ່ດົນຜ່ານມານີ້ທີ່ໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງແຂວງຫຼວງນໍ້າທາ ໄດ້ເປີດຂັ້ນສອບເສັ່ງສາຍສາມັນສຶກສາຊັ້ນ ມ 4 ໂດຍການເຂົ້າຮ່ວມມີ ພຣະອາຈານ ອ່ອນແສງ ຫຼ້າສິງທາ ເຈົ້າຄະນະເມືອງ,ທ່ານ ອາຈານ ສຸກສະໝອນ ຄຳພິຈິດ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງ, ທ່ານ ອາຈານ ຄຳຟັ້ນຕ່າງໜ້າສູນກາງສຶກສາທິການ ແລະກີລາເມືອງ, ຄູ–ອາຈານ, ພະເຖລະນຸເຖລະ ແລະນັກສອບເສັງພາຍໃນໂຮງຮຽນເຂົ້າຮ່ວມ.

   ທ່ານ ອາຈານ ສຸກສະໝອນ ຄຳພິຈິດ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນໍາ-ນໍາພາການສອບເສັງຈົບຊັ້ນມ 4 ຊັ້ນ ມ 4 ສາຍສາມັນສຶກສາສົກຮຽນ 2020-2021 ແລະຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຍາມຫ້ອງສອບເສັງຈົບຊັ້ນ ມ 4 ສາຍສາມັນສຶກສາພ້ອມນັ້ນໃນພິທີທ່ານ ພຣະອາຈານ ອ່ອນແສງ ຫຼ້າສິງທາ ເຈົ້າຄະນະເມືອງໄດ້ຜ່ານກົດລະບຽບຂອງການສອບເສັງໃນຄັ້ງນີ້ ພ້ອມທັງເປີດຫົວຂໍ້ການສອບເສັງ, ການສອບເສັງໃນຄັ້ງນີ້ມີພຣະສົງເຂົ້າຮ່ວມທັງໝົດ 31 ອົງ ໄດ້ແບ່ງອອກເປັນ 2 ຫ້ອງສອບເສັງມີ 9 ວິຊາ ຄື: ວິຊາບາຣີ, ພາສາລາວ-ວັນນະຄະດີ, ວິທະຍາສາດ–ທໍາມະຊາດ, ຄະນິດສາດ,  ສຶກສາພົນລະເມືອງ, ວິທະຍາສາດສັງຄົມ, ວິຊາທໍາມະ, ວິຊາວິໄນ ແລະວິຊາພາສາອັງກິດ.

    ຂ່າວຍັງໃຫ້ຮູ້ຕື່ມວ່າ: ມາໃນວັນທີ 21 ກໍລະກົດ 2021 ນີ້ຢູ່ທີ່ໂຮງຮຽນມັດທະຍົມ ມສ ເມືອງສິງ ກໍ່ໄດ້ເປີດການສອບເສັງສາມັນສຶກສາຕອນຕົ້ນ ມ 4 ໂດຍ.

  ທ່ານ ອາຈານ ສິງແກ້ວ ຄຳພິຈິດ ຜູ້ອໍານວຍການໂຮງຮຽນມັດທະຍົມ ມສ ເມືອງສິງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນໍາ-ນໍາພາການສອບເສັງຈົບຊັ້ນ ມ 4 ຊັ້ນ ມ 4 ສາຍສາມັນສຶກສາສົກຮຽນ 2020–2021 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຍາມຫ້ອງສອບເສັງຈົບຊັ້ນ ມ 4 ສາຍສາມັນສຶກສາພ້ອມທັງຜ່ານກົດລະບຽບຂອງການສອບເສັງ ແລະໄດ້ເປີດຫົວຂໍ້ການສອບເສັງການສອບເສັງໃນຄັ້ງນີ້ມີນັກສອບເສັງຈາກ 4 ໂຮງຮຽນເຂົ້າຮ່ວມທັງໝົດ 607 ຄົນ, ຍິງ 290 ຄົນ, ໄດ້ແບ່ງອອກເປັນ 24 ຫ້ອງສອບເສັງ ມີ 6 ວິຊາຄື: ພາສາລາວ–ວັນນະຄະດີ, ວິທະຍາສາດ–ທໍາມະຊາດ, ຄະນິດສາດ, ສຶກສາພົນລະເມືອງ, ວິທະຍາສາດສັງຄົມ ແລະພາສາອັງກິດ.

----

ຂ່າວ:  ອັກສອນ ສິງວົງສາ