6 ຊີຣີ່ທີ່ເຮັດໃຫ້ເຮົາປະທັບໃຈ ແລະຕ້ອງຕັ້ງຄໍາຖາມກັບທຸກສິ່ງ

  6 ຊີຣ່ີສ.ເກົາຫຼີ ທີ່ຊົມແລ້ວພົບກັບການຫັກມູນແບບຄາດບໍ່ເຖິງ ຊີຣີ່ທີ່ເຕັມໄປດ້ວຍສາກເໜືອຄວາມຄາດໝາຍທີ່ເຮັດໃຫ້ເຮົາປະທັບໃຈຊີຣີ່ທີ່ຄາດເດົາເລື່ອງລາວບໍ່ໄດ້ ຊີຣີ່ ທີ່ຈະເຮັດໃຫ້ເຮົາຕ້ອງຕັ້ງຄຳຖາມກັບທຸກສິ່ງຊີຣີ່ທີ່ດີຈົນຕ້ອງບອກຕໍ່ເບິ່ງໄດ້ທຸກເລື່ອງທາງ Netflix.

  ຊີຣ່ີ ເລື່ອງ ປົມປີສາດ (Bey ond Evil) ໄດ້ຮັບລາງວັນມາເຖິງ 3 ລາງວັນ ທັງຊີຣີ່ດີເດັ່ນ, ບົດໂທລະພາບດີເດັ່ນ ແລະນັກສະແດງຊາຍນໍາດີເດັ່ນເລື່ອງດັ່ງກ່າວຄຸ້ມຄ່າກັບການຮັບຊົມສິ່ງທີ່ອາດເບິ່ງເໝືອນຄະດີຄາດຕະກຳປິດສະໜາທົ່ວໄປອາດກາຍເປັນເລື່ອງທີ່ເຕັມໄປດ້ວຍເງື່ອນໄຂສະລັບຊັບຊ້ອນ, ຊີຣ່ີເລື່ອງ (Awaken)ກ່າວເຖິງເລື່ອງລາວເຈົ້າໜ້າທີ່ຕຳຫຼວດທີ່ຕ້ອງສືບສວນຄະດີຄາດຕະກໍາ, ຊີຣີ່ເລື່ອງ Stranger ມີສອງຊີຊັນທີ່ເຕັມໄປດ້ວຍປິດສະໜາທີ່ຕ້ອງຄິດຕາມກັນຢ່າງໜັກ, ຊີຣີ່ເລື່ອງ The Lies Within ເລື່ອງລາວທີ່ລຶກລັບສຸດລະທຶກຂວັນຂອງຄິມຊໍຮີເມື່ອພໍ່ຂອງລາວເສຍຊີວິດດ້ວຍອຸບັດຕິເຫດ ແລະສາມີກໍ່ມາຫາຍຕົວໄປໃນເວລາທີ່ໃກ້ກັນລາວ ຈຶ່ງຮ່ວມກັນສືບຫາຄວາມຈິງຊີຣີ່ ເລື່ອງ Signal ເລື່ອງລາວຂອງພັກແຮຢອງນັກວິເຄາະລັກສະນະຄົນຮ້າຍຈາກປີ 2015 ທີ່ສື່ສານກັບອີແຈຮັນຕຳຫຼວດຝ່າຍສືບສວນຈາກປີ 1989 ຜ່ານວິທະຍຸສື່ສານທີີ່ສົ່ງສັນຍານຂ້າມເວລາ ແລະຊີຣີ່ເລື່ອງ Extracurricular ເຮັດໃຫ້ຊີຣ່ີເລື່ອງນີ້ຕ່າງຈາກຊີຣີ່ເລື່ອງອື່ນກໍ່ຄືບໍ່ມີຕົວລະຄອນໃດໃນເລື່ອງທີ່ເປັນນັກສືບສວນ ຫຼື ຕຳຫຼວດຝ່າຍສືບສວນແຕ່ເປັນເລື່ອງລາວກ່ຽວກັບນັກຮຽນຕົວຢ່າງທີ່ມີຄວາມກ່ຽວຂ້ອງກັບອາດຊະຍາກຳຮ້າຍແຮງ.

-----

ໜັຫງສືພິມ ເສດຖະກິັ-ສັງຄົມ