ເປີດໂຕ Messenger API ສຳລັບ Instagram ທີ່ທຸກຄົນລໍຄອຍ

   ທີມງານ Messenger ຈາກ Facebook ໄດ້ເຜີຍໃນງານ F8 Deverloper Conference ຊຶ່ງເປັນການປະຊຸມສຳລັບນັກພັດທະນາປະຈຳປີຂອງ Factbook ວ່າ Messenger API ສຳລັບ In stagram ຈະພ້ອມໃຫ້ບັນດານັກພັດທະນາແລະທຸລະກິດໃຊ້ງານໄດ້ແລ້ວເພື່ອເຮັດໃຫ້ແບຣນຕ່າງໆສາມາດສົ່ງມອບປະສົບການແຊທໄດ້ຢ່າງບໍ່ມີຮອຍຕໍ່ບົນ Instagram.

  ການເປີດໂຕທົ່ວໂລກນີ້ ເປັນຜົນມາຈາກຄວາມສຳເລັດຂອງຊ່ວງການທົດລອງການໃຊ້ງານທີ່ເລີ່ມມາຕັ້ງແຕ່ເດືອນຕຸລາທີ່ຜ່ານມາ ໂດຍເປັນການໃຫ້ຜູ້ເຂົ້າຮ່ວມໂຄງການບາງສ່ວນໄດ້້ໃຊ້ເຄື່ອງມືທີ່ຈະນຳລະບົບການສົ່ງຂໍ້ຄວາມບົນ Instagram ບວກເຂົ້າກັບແອັບພລິເຄຊັນທີ່ພວກເຂົາຕ້ອງການ ຫຼື ຂະ ບວນການທຳງານທີ່ມີຢູ່ເພື່ອຊ່ວຍສ້າງບົດສົນທະນາທີ່ມີຄວາມໝາຍຍິ່ງຂຶ້ນຊຶ່ງຈະຕໍ່ຍອດໄປເປັນຄວາມເພິ່ງພໍໃຈຂອງລູກຄ້າ ແລະຍອດຂາຍທີ່ເພີ່ມຂຶ້ນໄດ້.

  ການເປີດໂຕນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງ Instagram ທີ່ເພີ່ມຂຶ້ນຊຶ່ງບໍ່ພຽງແຕ່ໃນແງ່ຂອງການເປັນຈຸດເຊື່ອມຕໍ່ທາງວັດທະນະທຳ ແລະສັງຄົມເທົ່ານັ້ນແຕ່ຍັງເປັນທີ່ໆຜູ້ຄົນໃຊ້ເພື່ອຄົ້ນພົບ ແລະເຊື່ອມຕໍ່ກັບແບຣນຕ່າງໆອີກດ້ວຍໃນປະຈຸບັນນີ້ຜູ້ໃຊ້ງານ Instagram 90 % ຕິດຕາມແບຣນຢ່າງໜ້ອຍ 1 ແບຣນ ໂດຍການສົ່ງຂໍ້ຄວາມບົດແພລດຟອມນັ້ນມີຄວາມສຳຄັນເທົ່າໆກັນທັງກັບລູກຄ້າແລະກັບແບຣນບໍ່ວ່າຈະເປັນການຕອບຜ່ານ Stories ການສົ່ງຂໍ້ຄວາມຫາກັນໂດຍກົງຫຼືການກ່າວເຖິງ (Mention).