ໂຈອີ້ ຈໍດິສັນ ມືກອງລະດັບໂລກ ເສຍຊີວິດແລ້ວ

  ເກີດຂ່າວເສົ້າ ແລະເສຍໃຈກັບວົງ “Slipknot” ເພາະຫຼ້າສຸດໄດ້ມີການຢືນຢັນແລ້ວວ່າ ໂຈອີ້ ຈໍດິສັນ ຜູ້ກໍ່ຕັ້ງວົງ “Slipknot” ທີ່ຖືເປັນໜຶ່ງໃນວົງດົນຕີແນວເຮຟວີ່ ເມທັນ ທີ່ປະສົບຄວາມສຳເລັດຫຼາຍທີ່ສຸດວົງໜຶ່ງໄດ້ເສຍຊີວິດແລ້ວດ້ວຍອາຍຸ 46 ປີ ໂດຍ ໂຈອີ້ ຈໍດິສັນເສຍຊີວິດໃນຂະນະທີ່ນອນຫຼັບກາງຄືນຂອງວັນທີ 26 ກໍລະກົດທີ່ ຜ່ານມາສ່ວນສາເຫດຂອງການ ເສຍຊີວິດນັ້ນຍັງບໍ່ເປີດເຜີຍລາຍລະອຽດແຕ່ຢ່າງໃດໂດຍທາງຄອບຄົວໄດ້ຢືນຢັນຂ່າວສູນເສຍນີ້ຜ່ານວາລະສານເປັນຄັງທຳອິດ.

  ໂດຍຄອບຄົວໄດ້ຂໍຮ້ອງໃຫ້ສື່ ແລະແຟນໆໃຫ້ຄວາມເຄົາລົບຄວາມເປັນສ່ວນຕົວໃນໄລຍະທີ່ຍາກລໍາບາກນີ້ດ້ວຍ ໃນສ່ວນຂອງວົງເມທັລຊື່ດັງ “Trivium” ກໍ່ໄດ້ສົ່ງຂໍ້ຄວາມວ່າ ພວກເຮົາຮູ້ສຶກເສຍໃຈ ແລະເສົ້າຫຼາຍກັບຂ່າວການເສຍຊີວິດຂອງເພື່ອນຮັກຂອງເຮົາ ໂຈອີ້ ຈໍດິສັນ ເພາະ “Slipknot” ເປັນວົງດົນຕີ ທີ່ປ່ຽນແປງວົງການດົນຕີເຮຟວີ່ເມທັນຮ່ວມສະໄໝມາຈົນເຖິງທຸກວັນນີ້ພວກເຮົາຂໍສະແດງຄວາມເສຍໃຈໄປຍັງຂອງຄອບຄົວຂອງໂຈອີ້.