ປະໂຫຍດຂອງໝາກລອງກ່ອງ
    

                        
  ປະໂຫຍດຂອງໝາກລອງກ່ອງນັ້ນມີຫຼາຍກວ່າທີ່ເຮົາຄິດມື້ນີ້ໃນສາລະໜ້າຮູ້ພວກເຮົາຂໍນຳສະເໜີສັບພະຄຸນແລະປະໂຫຍດອັນສຳຄັນຂອງໝາກລອງກ່ອງໃຫ້ທ່ານໄດ້ຮັບຮູ້ໄປພ້ອມກັນເພື່ອຄົນທີ່ຕ້ອງການຮູ້ ແລະຍັງບໍ່ຮູ້ ແລະເພື່ອຄົນທີ່ຍັງບໍ່ຮູ້ວ່າມັນມີດີແນວໃດແດ່ເຮົາມາອ່ານພ້ອມກັນເລີຍ.
- ແກ່ນ: ມີສານສໍາຄັນທີ່ໃຊ້ເປັນຢາບໍາລຸງຮ່າງກາຍ.
 
- ຊ່ວຍລົດຄວານຮ້ອນໃນຮ່າງກາຍ.
 
- ຊ່ວຍປ້ອງກັນບໍ່ໃຫ້ເປັນໄຂ້ໂຕຮ້ອນ ແລະຍັງຊ່ວຍລົດອາການຮ້ອນໃນປາກໄດ້ນໍາ.
 
- ເປືອກ ແລະລໍາຕົ້ນມາສະກັດເພື່ອໃຊ້ເປັນຢາຮັກສາໂລກມາເລເລຍ.
 
- ນໍ້າຈາກໝາກມີການນໍາໄປໃຊ້ຢອດຕາເພື່ອຊ່ວຍຮັກສາອາການອັກເສບ.
 
- ຊ່ວຍຮັກສາອາການທ້ອງເສຍ ແລະອາການລໍາໄສ້ຕຶງ.
 
- ເປືອກນໍາໄປຕາກແຫ້ງແລ້ວມາໃຫ້ເກີດຄວັນໃຊ້ສູດດົມເພື່ອຊ່ວຍບັນເທົາອາການຂອງຜູ້ປ່ວຍທີ່ເປັນວັນນະໂລກ.
 
- ໃຊ້ເປັນຢາຮັກສາໂລກກະເພາະ.
 
----
ຮຽບຮຽງໂດຍ: ຟ້າ