6 ວິທີເຮັດໃຫ້ໜ້າເດັກອ່ອນກວ່າໄວ

 ຕອນເຮົາເປັນເດັກນ້ອຍ ເຮົາມີຜິວທີ່ນຸ່ມຊຸ່ມຊື່ນໜ້າສຳຜັດແຕ່ເມື່ອໃຫຍ່ຂຶ້ນຜິວຂອງເຮົາກໍ່ປ່ຽນໄປ ຊຶ່ງນັ້ນກໍເປັນຜົນມາ ຈາກສະພາບແວດລ້ອມ ແລະການ ດຳເນີນຊິວິດຖ້າຫາກເຮົາເລືອກໃຊ້ ຊີວິດ ໂດຍໃສ່ໃຈໃນເລື່ອງສຸຂະພາບບັນຫາຜິວທີ່ຫຍາບກໍຈະບັນເທົາ ເບົາບາງລົງລອງມາເບິ່ງເຕັກນິກກັນວ່າເຮົາຈະຮັກສາຜິວໜ້າຂອງເຮົານຸ່ນນວນຄືຜິວເດັກນ້ອຍໄດ້ ແນວໃດແດ່.ຮັກສາສຸຂະພາບຜິວ: ປົກ ປ້ອງຜິວຈາກແສງແດດ, ທາຄຣີມ ກັນແດດມອຍເຈີໄຣເຊີຣ ຫຼື ເຄື່ອງ ສຳອາງທີ່ມີສ່ວນປະສົມຂອງ  SPF  15 ຂຶ້ນໄປເພື່ອປ້ອງກັນຜິວບໍ່ໃຫ້ ແກ່ກ່ອນໄວ.

  • - ຢ່າໃຫ້ຮ່າງກາຍຂາດນ້ຳ ເພາະນ້ຳເຮັດໃຫ້ຜິວນຸ່ມຊຸ່ມຊື່ນແມ່ ຍິງຄວນດື່ມນ້ຳຢ່າງນ້ອຍມື້ລະ -ຈອກ.
  • - ຫຼີກລ້ຽງການດື່ມກາເຟ ແລະ ເຄື່ອງດື່ມທາດເຫຼົ້າ ຊຶ່ງຈະເຮັດໃຫ້ ຮ່າງກາຍຂາດນ້ຳ.
  • - ຄວບຄຸມອາຫານຢ່າງສົມດຸນ ການທີ່ຜິວຈະມີສຸຂະພາບດີໄດ້ນັ້ນ ຕ້ອງໄດ້ຮັບອາຫານທີ່ມີປະໂຫຍດ.
  • - ຫຼີກລ້ຽງການສູບຢາເພາະຈະເຮັດໃຫ້ຜິວແຫ້ງຫຍາບການ ຫາກຢຸດສູບຢາໄດ້ຈະເຫັນຜົນໄດ້ຢ່າງຊັດເຈນວ່າຜິວນຸ່ມຂຶ້ນ.
  • - ຫຼີກລ້ຽງການຢູ່ໃນສະພາບອາກາດແຫ້ງ ແລະໃຊ້ມອຍເຈີຣໄຣ ເຊີຣບຳລຸງຜິວ.

    ຮຽບຮຽງໂດຍ: ຟ້າ