ຮູ້ ຫຼື ບໍ່ວິນໂດ້11 ມີຟີເຈີ Dynamic Refresh Rate ສາມາດປັບຕາມ Apps ປະຢັດໄຟ

  ໃນຟີເຈີຂອງ Windows 11 ມີຄ່ອນຂ້າງຫຼາກຫຼາຍ ແລະລວມທັງການອອກແບບເພື່ອຕອບຮັບກັບເລື່ອງຂອງ Refresh Rate (DRR) ທີ່ມີການປັບຕາມຮູບແບບຂອງ Application ທີ່ໃຊ້ງານເພື່ອປະຢັດພະລັງງານ.

  ໂດຍຟີເຈີນີ້ຮອງຮັບກັບການໃຊ້ໜ້າຈໍຮອງຮັບແບບ Variable  Refresh Rate ແບບອັດຕະໂນມັດເຊັ່ນອິເມລ, ຂຽນເອກະສານ ແລະລວມໄປເຖິງ 60Hz ລວມທັງເລື່ອງຂະຫຍັບຂຶ້ນລົງ Scrolling ຫຼື ການໃຊ້ປາກກາວາດ (Inking) ເປັນຕົ້ນໂດຍຕອນນີ້ຈະມີໂປຣແກຣມທີ່ຮອງຮັບໂດຍສ່ວນຫຼາຍຈະເປັນຂອງ Microsoft ແລະມີ Adobe Acrobat, Illustrator ເປັນຕົ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ