ຮັນໂຊຮີ ປາກົດຕົວຫຼັງຈາກອອກໂຮງໝໍ ດ້ວຍຜົມຊົງໃໝ່

  ນາງເອກສາວໜ້າຫວານ ຈາກ ສ.ເກົາຫຼີ ຮັນໂຊຮີ ທີ່ໜຸ່ມໆ ຫຼົງຮັກປາກົດຕົວຫຼັງຈາກອອກຈາກໂຮງໝໍດ້ວຍຊົງຜົມໃໝ່ທີ່ເບິ່ງແລ້ວແປກຕາໄປອີກແບບ.

ນາງເອກຄົນດັງ ຮັນໂຊຮີ ຈາກຊີຣີ່ເລື່ອງ nevertheless ອັບເດດຮູບພາບຫຼ້າສຸດຂອງລາວເທິງ ໜ້າອິນສະຕາແກມຫຼັງຈາກສ້າງຄວາມກັງວົນໃຫ້ກັບແຟນໆ ຫຼັງຈາກມີບັນຫາດ້ານສຸຂະພາບຕ້ອງໄດ້ຮັບການເບິ່ງແຍງຈາກແພດ ແລະ ຕັດສິນໃຈຖອນຕົວຈາກຮູບເງົາເລື່ອງ Gentleman ຢ່າງໃດກໍ່ຕາມໃນວັນທີ 7 ສິງຫາທີ່ຜ່ານມານັກສະແດງສາວໄດ້ເປີດເຜີຍຮູບພາບທີ່ເຫັນຊົງຜົມຊົງໃໝ່ຂອງລາວຍ້ອມສີແດງພ້ອມດ້ວຍການແຕ່ງໜ້າ ແລະດວງຕາທີ່ໆໂດດເດັ່ນຖືກໃຈແຟນໆ.

----

ໜັງສືພິມ ເສດຖະກິດ-ສັງຄົມ