ເມນູທີ່ຫາກິນຍາກ ເຂົ້າແດກງາ ຂອງຫວານແບບລາວໆ

  ເຂົ້າແດກງາ ຫຼື ທ້ອງຖິ່ນ ເອີ້ນວ່າເຂົ້າຕໍາງາເປັນເມນູຂອງຫວານແບບລາວໆ ທີ່ເຮົາມັກເຫັນຜູ້ເຖົ້າຜູ້ແກ່ເຮັດກິນສະໄໝກ່ອນ ຊຶ່ງປະຈຸບັນນີ້ຖືວ່າຫາກິນຍາກພໍສົມຄວນ, ສະນັ້ນໃນຄໍລໍ້າສາລະໜ້າຮູ້ມື້ນີ້ຈະນໍາເອົາວິທີເຮັດເຂົ້າແດກງາ ຫຼື ເຂົ້າຕໍາງາແບບງ່າຍໆມາຝາກທ່ານຜູ້ອ່ານທັງຫຼາຍຈະເຮັດແນວໃດໄປເບິ່ງພ້ອມກັນໄດ້ເລີຍ, ສໍາລັບ, ຜູ້ທີ່ຈະເຮັດກໍ່ງ່າຍໆ ແລະມີສ່ວນປະກອບພຽງ 4 ຢ່າງຄື: ເຂົ້າໜ້ຽວ, ງາດໍາ, ນໍ້າອ້ອຍ (ປະຈຸບັນໃຊ້ນໍ້າຕານແທນກໍ່ໄດ້) ແລະ ເກືອ.

  ວິທີເຮັດ: ນໍາເອົາງາມາຕໍາໃຫ້ລະອຽດໃສ່ເກືອ (ຕາມໃຈມັກ) ແລະນໍ້າອ້ອຍກ້ອນຕໍາໃຫ້ເຂົ້າກັນຫຼັງຈາກນັ້ນກໍ່ບິດເຂົ້າໆໜ້ຽວລົງເທື່ອລະໜ້ອຍແລ້ວຕໍາໃຫ້ເຂົ້າກັນ ອີກຄັ້ງແລ້ວຊີມເບິ່ງວ່າໄດ້ລົດຊາດຫວານຕາມທີ່ຕ້ອງການແລ້ວບໍ່ຖ້າໄດ້ກໍ່ສາມາດກິນໄດ້ເລີຍ.

----

ຮຽບຮຽງໂດຍ: ຟ້າ