ເຜີຍສະເປັກແລະຟີເຈີຫຼັກ Samsung Galaxy F22ກ່ອນເປີດໂຕໃນອິນເດຍ

  ບອກໄດ້ວ່າເປັນອີກໜຶ່ງສະມາດໂຟນ Samsung ລຸ້ນໃໝ່ຄື Galaxy F22 ກຳລັງຈະເປີດໂຕ ໃນອິນເດຍ ຊຶ່ງຫຼ້າສຸດທາງຊຳຊຸງກໍ່ໄດ້ອອກມາເປີດເຜີຍລາຍລະອຽດສະເປັກ+ຟີເຈີຂອງມືຖືລຸ້ນດັ່ງກ່າວເປັນການເອີ້ນນໍ້າຍ່ອຍວ່າ ມັນຈະມີຈຸດເດັ່ນຢູ່ທີ່ໜ້າຈໍ sAMOLED ຣີເຟຣຊເຣດສູງ, ກ້ອງຫຼັງ 4 ຕົວ ແລະແບັດເຕີຣີທົນສຸດໆດ້ວຍ.

  ມາເບິ່ງກັນທີ່ສະເປັກຂອງ Galaxy F22 ບອກວ່າໜ້າສົນໃຈແທ້ສຳລັບມືຖືລຸ້ນນ້ອຍໆທີ່ຄາດວ່າ ຈະເປີດໂຕໃນລາຄາຈັບຕ້ອງໄດ້ ໂດຍມືຖືລຸ້ນນີ້ຈະມີໜ້າຈໍດິໄຊ Notch ແບບຢົດນໍ້າໃຊ້ພາເນລແບບ Super AMOLED ຂະໜາດ 6,4 ນິ້ວຄວາມລະອຽດ HD+ ພ້ອມຣີເຟຣຊເຣດສູງ 90Hz ແລະໜ້າ ເສຍ ດາຍທີ່ອົດສາໃຊ້ໜ້າຈໍ SAMOLED ແຕ່ກັບໃຊ້ເຊນເຊີສະແກນນິ້ວມືຕົງປຸ່ມ Power ດ້ານຂ້າງ ເຄື່ອງກ້ອງຫຼັງມີທັງໝົດ 4 ຕົວປະກອບດ້ວຍກ້ອງຫຼັກ 48MP ສ່ວນກ້ອງອື່ນໆ ຍັງບໍ່ໄດ້ເຜີຍອອກມາແຕ່ອາດຈະມີຄວາມລະອຽດຢູ່ທີ່ 8MP+2MP+2MP ແລະມີກ້ອງເຊລຟີ່ຄວາມລະອຽດ 13MP ສ່ວນແບັດເຕີຣີຈະອັດມາໃຫ້ແບບຈຸໃຈເຖິງ 6000mAh ສຳລັບສະເປັກສ່ວນອື່ນແຕ່ Samsung ຈະຍັງບໍ່ໄດ້ບອກເອົາໄວ້ແຕ່ກໍ່ມີການຄາດການກັນວ່າມັນໜ້າຈະມີສະເປັກທີ່ຄ້າຍຄືກັບ Galaxy A22 ດ້ວຍຊິບ Helio G80,RAM 46GB/ 6GB, ຄວາມຈຸ 64GB/128GB ຮອງຮັບmicroSD card ແລະອາດ ມາກັບລະບົບ Android 11 ຕັ້ງແຕ່ອອກຈາກກ່ອງເລີຍ.

  ໂດຍຄາດວ່າ Galaxy F22 ໜ້າຈະເປີດລາຄາເລີ່ມຕົ້ນມາທີ່ 18.499 ຣູປີ ກໍ່ຖືວ່າສົມເຫດສົມຜົນກັບສະເປັກທີ່ອັດມາໃຫ້ແບບໃຊ້ງານທົ່ວໄປໄດ້ສະ ບາຍໆແບບນີ້ ສ່ວນຂໍ້ມູນແບບເຕັມໆເອົາໄວ້ເບິ່ງໃນເວລາເປີດໂຕ.

-----

ໜັງສືພິມ ເສດຖະກິດ-ສັງຄົມ