ທຄຕລ ແຂວງສາລະວັນຮັບມະຫາຊົນກ້າວໝ້າເຂົ້າເປັນສະມາຊິກພັກສຳຮອງ

   ວັນທີ 6 ມີນາ 2019 ທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາສາລະວັນໄດ້ຈັດພິທີຮັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ໃຫ້ກຽດເປັນປະທານໂດຍ ສະຫາຍ ສຸກສະຫວັນ ໄຊຍະແສງ ເລຂາໜ່ວຍພັກຮາກຖານ ທຄຕລ, ຮັກສາການທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງສາລະວັນ,ມີແຂກຖືກເຊີນຈາກຄະນະກວດກາແຂວງ,ຈັດຕັ້ງແຂວງ,ໂຄສະນາແຂວງ ແລະພະນັກງານງານພາຍໃນ ທຄຕລ ເຂົ້າຮ່ວມ.

  ມະຫາຊົນຜູ້ທີ່ໄດ້ເປັນສະມາຊິກພັກສຳຮອງຄັ້ງນີ້ ແມ່ນໄດ້ຮັບ ການຕິດຕາມຢ່າງໃກ້ຊິດຈາກສະ ມາຊິກພັກສົມບູນ ແລະຄະນະພັກ, ພວກສະຫາຍດັ່ງກ່າວໄດ້ຮັບການ ປະເມີນເປັນຜູ້ທີ່ມີຄວາມຈູບຈ້າວ ຫ້າວຫັນ, ເປັນຜູ້ທີ່ມີຄວາມຮູ້ຄວາມ ສາມາດ ແລະມີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ສຳເລັດຕາມ ລະດັບຄາດໝາຍ, ມີຄວາມສາມັກຄີທັງພາຍໃນ ແລະພາຍນອກຢ່າງກວ້າງຂວາງ,ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ແລະໄດ້ຮັບການຝຶກຝົນຫຼໍ່ຫຼອມໃນການປະຕິ ບັດໜ້າທີ່ວຽກງານຕາມຂັ້ນເທິງ ມອບໝາຍໃຫ້ສຳເລັດອີກດ້ວຍ.

  ໃນຕອນທ້າຍສະຫາຍ ສຸກສະຫວັນ ໄຊຍະແສງ ໄດ້ຊົມເຊີຍຕໍ່ສະມາຊິກສຳຮອງທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະເປັນແບບຢ່າງໃຫ້ມະຫາຊົນ, ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ສູ້ຊົນປະຕິບັດ ໜ້າທີ່, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ ກາຍເປັນສະມາຊິກພັກສົມບູນ. ນອກນັ້ນ ຍັງໄດ້ຈັດພິທີມອບປະດັບຫຼຽນ ແລະ ໃບຍ້ອງຍໍຜົນງານ 5 ປີຜ່ານມາຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນຄື: ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ທ່ານ ສຸກສະຫວັນ ໄຊຍະແສງ, ປະ ດັບຫຼຽນກາທີ່ລະນຶກ 50ປີ, ປະດັບຫຼຽນໄຊແຮງງານຊັ້ນ III ແລະໃບຍອງຍໍລັດຖະບານຕື່ມອີກ.

 ຂ່າວ: ກິນດາວັນ