ເມືອງແມດ ສ້າງຄວາມເຂັ້ມແຂງຄຸ້ມຄອງໂຄງການລົງທຶນ

  ວັນທີ 6 ສິງຫາ 2021 ຜ່ານມາທີ່ສະໂມສອນຂອງ ເມືອງ ແມດ ແຂວງວຽງຈັນ ໄດ້ມີກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງການຄຸ້ມຄອງໂຄງການລົງທຶນຂອງລັດໂດຍເປັນປະທານ ຂອງທ່ານ ນາງ ສົມພອນ ພິນິດ ຫົວໜ້າຂະແໜງປະເມີນຜົນ, ພະແນກແຜນການ ແລະການລົງທຶນ ແຂວງວຽງຈັນ, ທ່ານ ທອງຫວັນ ມຸງຄຸນວິໄລ ຮອງເຈົ້າເມືອງແມດ ແລະມີນັກສຳມະນາກອນຈາກພະແນກແຜນການ ແລະການລົງທຶນ, ພ້ອມດ້ວຍນັກສຳມະນາກອນຈາກຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

  ໃນພິທີທ່ານ ນາງ ສົມພອນ ພິນິດ ຫົວໜ້າຂະແໜງປະເມີນຜົນພະແນກແຜນການ ແລະການລົງທຶນແຂວງວຽງຈັນກໍ່ໄດ້ຂຶ້ນເຜີຍແຜ່ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍການລົງທຶນກອງລັດສະບັບເລກທີ່ 0889 /ກຜທ ລົງວັນທີ 9 ມິຖຸນາ 2021 ແລະແນະນຳຂັ້ນຕອນການປະກອບເອກະສານເພື່ອມາເຮັດການປະເມີນຕາມແຕ່ລະຂັ້ນຕອນ, ຄຳແນະນຳສະບັບນີ້ວາງອອກເພື່ອຜັນຂະຫຍາຍ ແລະແນະນຳການຈັດຕັ້ງປະຕິບັດເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບເລກທີ 72/ສພຊ ລົງວັນທີ15 ທັນວາ 2015 ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍດັ່ງກ່າວມີຄວາມລະ ອຽດຈະແຈ້ງຂຶ້ນ, ມີຄວາມເຂົ້າໃຈ ແລະສາມາດປະຕິບັດໄດ້ຖືກຕ້ອງຕໍ່ບັນດາເນື້ອໃນທາງດ້ານວິຊາການທີ່ບັນຍັດໄວ້ໃນກົດໝາຍດັ່ງກ່າວ.

  ເພື່ອໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ນຳໄປເປັນບ່ອນອີງໃນການສ້າງ, ຄຸ້ມຄອງ, ປະຕິບັດ, ຕິດຕາມ, ກວດກາ ແລະສະຫຼຸບລາຍງານແຜນການລົງທຶນຂອງລັດປະຈຳປີ, ຫຼັງຈາກນັ້ນຍັງໄດ້ຜ່ານບົດສະເໜີໂຄງການຄື: ໂຄງການສຳລັບສົ່ງ ເສີມວິຊາການທີ່ຕິດພັນກັບການກໍ່ສ້າງ, ບົດສະເໜີໂຄງການສຳລັບການສຶກສາຄວາມເປັນໄປໄດ້ ຫຼື ສຳຫຼວດອອກແບບ, ບົດສະເໜີໂຄງການສຳລັບໂຄງ ການທີ່ຖືກໂຈະ ແລະພື້ນຟູຄືນໃໝ່, ບົດສະເໜີໂຄງການສຳລັບສົ່ງເສີມວິຊາການທີ່ຕິດພັນກັບການກໍ່ສ້າງ, ບົດສະເໜີໂຄງການກໍ່ສ້າງ ແລະສ້ອມແປງພື້ນ ຖານໂຄງລ່າງ, ບົດສະເໜີໂຄງການສຳລັບໂຄງການສະໜອງວັດຖຸປະກອນ, ບົດລາຍງານຄວາມຄືບໜ້າສຳລັບໂຄງການກໍ່ສ້າງ ແລະສ້ອມແປງພື້ນຖານໂຄງລ່າງ ແລະພ້ອມທັງຜ່ານບົດລາຍງານຄື: ບົດລາຍງານຄວາມຄືບໜ້າສຳລັບສົ່ງເສີມວິຊາການທີ່ຕິດພັນກັບການກໍ່ສ້າງ, ບົດລາຍງານການສຳເລັດໂຄງການກໍ່ສ້າງ ແລະສ້ອມແປງພື້ນຖານໂຄງລ່າງ.

  ບົດລາຍງານການສຳເລັດໂຄງການສຳລັບສົ່ງເສີມວິຊາການທີ່ບໍ່ຕິດພັນກັບການກໍ່ສ້າງ-ທີ່ຕິດພັນກັບການກໍ່ສ້າງ ແລະໂຄງການສະໜອງວັດຖຸປະກອນ, ບົດລາຍງານການສຳເລັດໂຄງການສຳລັບການສຶກສາຄວາມເປັນໄປໄດ້ ແລະ ຫຼື ສຳຫຼວດອອກແບບ, ສຳລັບການຝຶກອົບຮົມໃນຄັ້ງນີ້ ຊຶ່ງໄດ້ຕີລາຄາປະເມີນຜົນໄດ້ຮັບໃນການຝຶກອົບຮົມໄດ້ 85%.

----

ໜັງສືພິມ ເສດຖະກິດ-ສັງຄົມ