ຮ້ານ ໄພວັນ ຫັດຖະກຳ ໃສ່ໃຈຄຸນນະພາບສິນຄ້າ

ໂດຍ: ບຸນນິກ 

    ຮ້ານ ໄພວັນ ຫັດຖະກຳ ເປັນອີກໜຶ່ງຮ້ານບໍລິການສິນຄ້າເຄື່ອງຂັນໂອໃສ່ບາດ,ເຄື່ອງປະດັບຫ້ອງພຣະ,ເຄື່ອງໃຊ້ໃນງານດອງ,ແຜ່ນຮູບໂຊເຮືອນ ແລະເຄື່ອງຕົບແຕ່ງເຮືອນທີ່ເພິ່ນມີປະສົບການຫຼາຍເກືອບ 30 ປີ ໂດຍໄດ້ເນັ້ນຫົວໃຈສຳຄັນການບໍລິການເລື່ອງຄຸນນະພາບຕ້ອງມາກ່ອນເຮັດໃຫ້ສິນຄ້າໄດ້ຮັບຄວາມນິຍົມຈາກສັງຄົມນັບມື້ຫຼາຍຂຶ້ນ.

 ທ່ານ ນາງໄພວັນ ກີນນະວົງ ເຈົ້າຂອງຮ້ານໄພວັນຫັດຖະກຳໃຫ້ສຳພາດວ່າ: ກ່ອນມາເປີດຕົນເອງແມ່ນມີຈິດໃຈມັກຮັກເຄື່ອງປະເພດດັ່ງກ່າວມາກ່ອນເລີ່ມທຳອິດແມ່ນຜະລິດສົ່ງຂາຍຕາມຕະຫຼາດທົ່ວໄປຕັ້ງແຕ່ປີ 1998 ຖືວ່າລູກຄ້າໃຫ້ຄວາມສົນໃຈຫຼາຍຂຶ້ນມາຮອດປີ 2009 ຈຶ່ງມີໜ້າຮ້ານເປັນຕົ້ນມາຊຶ່ງທາງຮ້ານມີບໍລິການລ້າງໂອລ້າງຂັນ, ຮັບຍ້ອມເຄື່ອງບໍ່ວ່າຈະຍ້ອມເງິນ, ຍ້ອມ ຄຳເປັນຕົ້ນ, ສິນຄ້າມີຫຼາຍປະເພດເຊັ່ນເຄື່ອງຂັນໂອໃສ່ບາດ, ເຄື່ອງປະດັບຫ້ອງພຣະ, ເຄື່ອງໃຊ້ໃນງານດອງ, ແຜ່ນຮູບໂຊເຮືອນ ແລະ ເຄື່ອງຕົບແຕ່ງເຮືອນ ແລະ ອື່ນໆ. ຜ່ານການບໍລິການທີ່ຜ່ານມາລູກຄ້າມີຄວາມສົນໃຈໂອ-ຂັນ ທີ່ມີຈຸດເດັ່ນເປັນສີຄຳປະປົນກັບສີເງິນຈະມີຄວາມສວຍງາມເປັນພິເສດ, ເຄື່ອງໃຊ້ໃນຫ້ອງພຣະກໍມີລູກຄ້າສົນໃຈຄືກັນຈຸດເດັ່ນທາງຮ້ານເຮົາຈະເປັນການທີ່ເຮົາຜະລິດເອງ ແລະສົ່ງຂາຍເອງ ແລະມີຮ້ານໃຫ້ເບິ່ງາສິນຄ້າໂຕຈິງ ແລະລູກຄ້າຍັງສາມາດສັ່ງເຄື່ອງຕາມທີ່ລູກຄ້າຕ້ອງການໄດ້.

   ປະຈຸບັນນີ້ແມ່ນເຮົາຍັງບໍ່ມີສາຂາຍ່ອຍ, ແຕ່ເຮົາສາມາດສ້າງລາຍໄດ້ໃຫ້ບາງຄົນທີ່ມາເອົາເຄື່ອງຈາກທາງຮ້ານໄປຂາຍຮ້ານໄພວັນຫັດຖະກຳຕັ້ງຢູ່ບ້ານວຽງສະຫວັນຮ່ອມ 3 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາບໍ່ຮອດສາມາດໂທສອບຖາມໄດ້: 0205561 1792 ຫຼື2324 6956.