ເມນູຫວານເຢັນນໍ້າຫວານ ສາຄູນົມສາລີ ທີ່ທ່ານຕ້ອງລອງ

  ສຳລັບວັນພັກຜ່ອນແບບນີ້ລອງມາເຮັດເມນູນໍ້າຫວານສາຄູນົມສາລີກັນດີກວ່າ ເພາະວ່າຂັ້ນຕອນ ແລະວິການເຮັດກໍ່ງ່າຍພ້ອມທັງວັດຖຸດິບກໍ່ຊອກຊື້ໄດ້ ງ່າຍໆ ຊຶ່ງຈະເປັນແນວໃດລອງມາເບິ່ງນຳກັນເລີຍ.

  ສ່ວນປະສົມ: ສາຄູເມັດນ້ອຍ 1 ຖ້ວຍ, ນໍ້າຮ້ອນ 1/2 ຖ້ວຍ +2 ບ່ວງແກງ, ສາລີເຫຼືອງປາດເອົາແຕ່ແກ່ນ 350 ກຣາມ, ນໍ້າສະອາດ 1+3/4 ຖ້ວຍ, ນໍ້າຕານ 1/4 ຖ້ວຍ, ເກືອ 1/8 ບ່ວງກາເຟ, ໃບເຕີຍ 3-5 ໃບ.

  ວິທີເຮັດ: ເອົາສາລີໃສ່ເຄື່ອງປັ່ນຈົນລະອຽດຕອງເອົາແຕ່ນໍ້າ ແລະເອົາໃສ່ໝໍ້ແລ້ວເອົານໍ້າໃສ່ໝໍ້ຄ້າງໄຟຄົນເລື້ອຍໆຈົນນົມສາລີຂຸ້ນໃສ່ນໍ້າຕານພ້ອມເກືອຄົນເລື້ອຍໆຈົນນໍ້າຕານລະລາຍຈຶ່ງປົງລົງຈາກນັ້ນ, ກຽມເຮັດສາຄູໂດຍນຳສາຄູມາລ້າງໃຫ້ສະອາດແລ້ວເອົາໃສ່ຊາມ ແລະເອົານໍ້າຮ້ອນມາຖອກລົງໄປຄົນໃຫ້ເຂົ້າກັນແລ້ວແຊ່ໄວ້ປະມານ 10 ນາທີ ເມື່ອສາຄູດູດນໍ້າແລ້ວໃຫ້ນວດຄ່ອຍໆພໍໃຫ້ສາຄູມັນຕິດກັນ (ຖ້າຍັງບໍ່ຕິດໃຫ້ໃສ່ ນໍ້າອຸ່ນຕື່ມເທື່ອລະໜ້ອຍ) ປັ້ນເປັນກ້ອນພໍດີຄຳກຽມໄວ້, ຫຼັງຈາກນັ້ນ, ເອົານ້ຳໃສ່ໝໍ້ຄ້າງໄຟແຮງພ້ອມມັດໃບເຕີຍລົງ; ພໍນໍ້າຟົດກໍ່ເອົາສາຄູລົງຕົ້ມຈົນເປັນສີໃສຈຶ່ງຕັກຂຶ້ນ ແລະນຳໄປໃສ່ໃນໝໍ້ນົມສາລີທີ່ກຽມໄວ້ແຊ່ປະມານ 30-60 ນາທີ ເພື່ອໃຫ້ນົມສາລີຊຶມເຂົ້າເນື້ອສາຄູແລ້ວຕັກໃສ່ຖ້ວຍພ້ອມເສີບຖ້າມັກເຢັນກໍ່ຕັກນໍ້າກ້ອນໃສ່ເພີ່ມໄດ້ຕາມຄວາມມັກຂອງໃຜລາວ.

-----

ຮຽບຮຽງ: ຟ້າ